spot_img
Homeຂ່າວຕ່າງປະເທດກຸ່ມກໍ່ການຮ້າຍມຽນມາຍິງລົດ UN ໃນລະຫວ່າງນຳເຊື້ອ ໂຄວິດ-19 ໄປກວດ ເຈົ້າໜ້າທີ່ເສຍຊີວິດ 1 ຄົນ

ກຸ່ມກໍ່ການຮ້າຍມຽນມາຍິງລົດ UN ໃນລະຫວ່າງນຳເຊື້ອ ໂຄວິດ-19 ໄປກວດ ເຈົ້າໜ້າທີ່ເສຍຊີວິດ 1 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 21 ເມສາ ນີ້ວ່າ ເກີດເຫດກຸ່ມກໍ່ການຮ້າຍໃຊ້ອາວຸດສົງຄາມກາດຍິງໃສ່ລົດຂອງເຈົ້າໜ້າທີ່ UNHCR ເຊິ່ງເປັນລົດສາຂາຂອງ WHO ອົງການອະນາໄມໂລກ ໃນເສັ້ນທາງຫຼວງຂອງ ເມືອງ ມິນບີຍາ ເຂດລັດຍະໄຂ່ ລະຫວ່າງເດີນທາງໄປນະຄອນເນປິດ ເພື່ອນຳຕົວຢ່າງເຊື້ອຂອງຜູ້ຕ້ອງສົງໃສ 19 ຄົນທີ່ຄາດວ່າຈະໃກ້ກັບຜູ້ຕິດເຊື້ອໂຄວິດ-19 ສົ່ງຕໍ່ມາທີ່ນະຄອນຢາງກຸ້ງ ເພື່ອກວດຫາເຊື້ອ.

ເຫດການກາດຍິງໃສ່ລົດອົງການອະນາໄມໂລກໃນຄັ້ງນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ UN ຈຳນວນ 2 ຄົນ ທີ່ເປັນຊາວມຽນມາຖືກຍິງຈົນໄດ້ຮັບບາດເຈັບ ຈົນຕ້ອງນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ 1 ຄົນ.

ປັດຈຸບັນ,​ ທາງລັດຖະບານມຽນມາໄດ້ອອກມາປະນາມການກະທຳດັ່ງກ່າວຂອງກຸ່ມທີ່ກໍ່ເຫດໃນຄັ້ງນີ້ ໂດຍລະບຸວ່າ ເປັນກຸ່ມກໍ່ການຮ້າຍອາຣາກັນ ຫຼື ກຸ່ມນາຍທຶນ ມຽດ ໜ່າຍ ຜູ້ນຳກອງທັບອາຣາກັນ (ULA/AA) ລົງມືປະຕິບັດການ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...