spot_img
Homeຂ່າວຕ່າງປະເທດກຸ່ມກໍ່ການຮ້າຍຕາລີບັນ 30 ຄົນເສຍຊີວິດໃນລະຫວ່າງການຮຽນເຮັດລະເບີດ

ກຸ່ມກໍ່ການຮ້າຍຕາລີບັນ 30 ຄົນເສຍຊີວິດໃນລະຫວ່າງການຮຽນເຮັດລະເບີດ

Published on

ກຸ່ມກໍ່ການຮ້າຍຕາລີບັນຢ່າງໜ້ອຍ 30 ຄົນ ໃນນັ້ນລວມມີນັກຮົບຊາວຕ່າງຊາດ 6 ຄົນ ໃນອັຟການິສາຖານໄດ້ເສຍຊີວິດຫຼັງຈາກທີ່ພວກເຮົາລະເບີດຕົວເອງໃນລະຫວ່າງຮຽນເຮັດລະເບີດ.

ສຳນັກຂ່າວ Khaama Press ລະບຸວ່ານັກຮົບໄດ້ເສຍຊີວິດຍ້ອນອຸປະກອນລະເບີດໃນຫ້ອງຮຽນຂະນະທີ່ພວກເຮົາກຳລັງຮຽນຮູ້ວິທີສ້າງລະເບີດໃນມັດສະຍິດໂດຍອ້າງເຖິງການປ່ອຍຕົວຈາກກອງທັບ Shaheen 209 ຂອງກອງທັບອັຟການິສຖານ.

ເຫດການລະເບີດເກີດຂຶ້ນເມື່ອຕອນເຊົ້າຂອງວັນເສົາທີ່ໂບສມັດສະຍິດໃນໝູ່ບ້ານ Qultaq ໃນເຂດ Dowlatabad ຂອງແຂວງ Balkh.

ກອງທັບຕາລີບັນຖະແຫຼງການວ່າບໍ່ສາມາດລະບຸສົບຂອງນັກຮົບຊາວຕ່າງຊາດທັງ 6 ຄົນໄດ້ ເນື່ອງຈາກຄວາມເສຍຫາຍທີ່ເກີດຂ້ນຈາກການລະເບີດ.

ກຸ່ມກໍ່ການຮ້າຍໄດ້ລວມຕົວກັນເພື່ອຮຽນຮູ້ເທັກນິກການເຮັດລະເບີດ ແລະ IEDS ຈາກຊາວຕ່າງຊາດ 6 ຄົນທີ່ເປັນຜູ້ຊ່ຽວຊານໃນເລື່ອງນີ້.

ຄວາມຮຸນແຮງໃນອັຟການິສຖານເກີດຂຶ້ນຕໍ່ເນື່ອງໃນຂະນະທີ່ການເຈລະຈາສັນຕິພາບລະຫວ່າງກຸ່ມຕາລີບັນ ແລະ ຜູ້ແທນລັດຖະບານທີ່ດຳເນີນການໃນກາຕາຫຼາຍເດືອນໄດ້ໂຈະລົງແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...