spot_img
Homeຂ່າວຕ່າງປະເທດກຳ​ປູ​ເຈຍ​ຮັບ​ຮູບ​ສະ​ຫລັກ​ຫີນ ຫະ​ນຸ​ມານ ກັບ​ຄືນ​ປະ​ເທດ ຫລັງ​ຖືກ​ລັກ​ໃນ​ຊ່ວງ​ສົງ​ຄາມ

ກຳ​ປູ​ເຈຍ​ຮັບ​ຮູບ​ສະ​ຫລັກ​ຫີນ ຫະ​ນຸ​ມານ ກັບ​ຄືນ​ປະ​ເທດ ຫລັງ​ຖືກ​ລັກ​ໃນ​ຊ່ວງ​ສົງ​ຄາມ

Published on

Cambodian Buddhist monks scatter flowers over a 10th century statue upon its arrival at Phnom Penh International Airport on May 10, 2015. A statue that Cambodia says was looted from a jungle temple several decades ago was returned home on May 10, from Cleveland Museum of Art. AFP PHOTO / TANG CHHIN SOTHY

ຮ​ູບ​ສະ​ຫລັກ​ຫີນ​ບູ​ຮານ ທີ່​ຖືກ​ລັກ​ອອກ​ໄປ​ຈາກ​ກຳ​ປູ​ເຈຍ ຖືກ​ສົ່ງ​ກັບ​ຄືນ​ສູ່​ປະ​ເທດ​ແລ້ວ ໃນ​ຄືນ​ວັນ​ອາ​ທິດ ທີ 10 ພຶດ​ສະ​ພາ​ຜ່ານ​ມາ ຫລັງ​ຈາກ​ຖືກ​ນຳ​ໄປ​ສະ​ແດງ​ຢູ່​ພິ​ພິ​ທະ​ພັນ ຄ​ລິບ​ແລນ ລັດ​ໂອ​ໄຮ​ໂອ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ດົນ​ເຖິງ 33 ປີ.

ທາງ​ການ​ກຳ​ປູ​ເຈຍ​ໄດ້​ຈັດ​ພິ​ທີ​ທາງ​ພຸດ​ທະ​ສາ​ສະ​ໜາ ທີ່​ສະ​ໜາມ​ບິນ​ສາ​ກົນ​ພະ​ນົມ​ເປັນ ເພ​ື່ອ​ຕ້ອນ​ຮັບ​ການ​ກັບ​ມາ ຂອງ​ຮູບ​ສະ​ຫລັກ​ຫີນ ຫະ​ນຸ​ມານ ໃນ​ທ່າ​ຄູ້​ເຂົ່າ ສູງ 1.1 ແມັດ​ ແລະ ໜັກ 370 ກິ​ໂລກ​ຣາມ.

ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ລາຍ​ງານ​ວ່າ ຮູບ​ສະ​ຫລັກ​ຫີນ​ດັ່ງ​ກ່າວ​ນີ້ ສ້າງ​ສະ​ໄໝ​ຕະ​ຕະ​ວັດ​ທີ X ໄດ້​ຖືກ​ລັກ​ໄປ​ຈາກ​ຜາ​ສາດ​ເກາະ​ແກ​ຣ ໃນ​ແຂວງ​ພ​ຣະ​ວິ​ຫານ ຫ່າງ​ຈາກ​ຊາຍ​ແດນ​ກຳ​ປູ​ເຈຍ – ໄທ ປະ​ມານ 15 ກິ​ໂລ​ແມັດ ໃນ​ລະ​ຫວ່າງ​ຊ່ວງ​ສົງ​ຄາມ​ກາງ​ເມືອງ ຊຸມ​ປີ 1970 ແລະ ໄດ້​ຖືກ​ນຳ​ໄປ​ຈັດ​ວາງ​ສະ​ແດງ​ຢູ່​ໃນ​ພິ​ພິ​ທະ​ພັນ​ສີ​ລະ​ປະ​ຄ​ລີບ​ແລນ ຕັ້ງ​ແຕ່​ປີ 1982.

A 10th century statue is seen upon its arrival at Cambodia's Phnom Penh International Airport on May 10, 2015. A statue that Cambodia says was looted from a jungle temple several decades ago was returned home on May 10, from Cleveland Museum of Art. AFP PHOTO / TANG CHHIN SOTHY

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...