spot_img
Homeຂ່າວຕ່າງປະເທດກຳປູ​ເຈຍ​ເລີ່​ມ ​ແຈກ​ນ້ຳ​ສະອາດ ໃຫ້​ຜູ້​ປະສົບ​ໄພ​ແລ້ງ

ກຳປູ​ເຈຍ​ເລີ່​ມ ​ແຈກ​ນ້ຳ​ສະອາດ ໃຫ້​ຜູ້​ປະສົບ​ໄພ​ແລ້ງ

Published on

ໜັງສືພິມ​ຂະ​ແມທາມ​ລາຍ​ງານ ​ລັດຖະບານ ​​ແລະ ທະຫານ​ກຳປູ​ເຈຍ​ຮ່ວມ​ກັນ​ແຈກ​ຈ່າຍ​ນ້ຳ​ສະອາດ​ໃຫ້​ແກ່​ຊາວບ້ານ​ຫຼາຍ​ກວ່າ 500 ຄອບຄົວ​ໃນ​ທ້າຍ​ອາທິ​ດທີ່ຜ່ານ​ມາ ປະຈຸ​ບັນຊາ​ວບ້ານ​ຍັງ​ມີ​ນ້ຳ​ໃຊ້​ສຳລັບ​​ນ້ຳອາບ ​ແລະ ຊັກ​ເຄື່ອງ ​ແຕ່​ຂາດ​ແຄນ​ນ້ຳ​ສະອາດ​ສຳລັບ​ດື່ມ ​ແລະ ​ແຕ່ງກິນ ​ເຊັ່ນ​ດຽວ​ກັບ​ແຂວງ​ສຽມ​ຖານ ທາງ​ຕາ​ເວັນ​ຕົກ​ສຽງ​​​ເໜືອ​ທາງ​ການ​ເລີ່​ມ​ແຈກ​ນ້ຳ​ສະອາດ​ໃຫ້​ກັບ​ຊາວບ້ານ​ກວ່າ 1.600 ຄອບຄົວ.

ສ່ວນ​ແຂວງ​ບັນ​ເຕີຍ​ມຽນ​ເຈຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຊາວບ້ານ​ບາງ​ແຫ່ງ​ຂາດ​ແຄນ​ນ້ຳ​ສະອາດ​ຢ່າງ​ຮຸນ​ແຮງ​ເຖິງ​ຂັ້ນ​ຕ້ອງ​ຊື້​ນ້ຳ​ກິນ​ນ້ຳ​ໃຊ້ ສະ​ເພາະ​ນ້ຳ​ສຳ​ລັບ​ອາບ​ 2 ພັນ​ລິດ​ລາຄາ 40 ພັນ​ເຣີຍ ທາງ​ການ​ທ້ອງ​ຖິ່ນ​ເປີດ​ເຜີຍ​ວ່າ ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທາງ​ການ​ລະດັບ​ແຂວງ ​ແຕ່​ໄດ້​ຮັບຄຳຕອບ​ວ່າ ບໍ່​ມີ​ນ້ຳ​ໃຫ້ ຈຶ່ງ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາ​ແຂວງ​ພະ​ຕະບອງ​ທີ່ຢູ່​ໃກ້​ກັນ​ຊຶ່ງ​ຮັບປາກ​ວ່າຈະ​ສົ່ງ​ນ້ຳມາ​ໃຫ້​ໄວໆ​ນີ້.

 

ແຫຼ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...