spot_img
Homeຂ່າວຕ່າງປະເທດກຳປູເຈຍປະກາດພັກຊົດເຊີຍປີໃໝ່ 5 ວັນໃນເດືອນສິງຫານີ້

ກຳປູເຈຍປະກາດພັກຊົດເຊີຍປີໃໝ່ 5 ວັນໃນເດືອນສິງຫານີ້

Published on

ເວັບໄຊຂ່າວ sanook ລາຍງານວ່າ ເຈົ້າໜ້າທີ່ລັດ ແລະ ຊາວຜູ້ອອກແຮງງານທຸກຄົນຈະໄດ້ຮັບວັນພັກ 5 ວັນ ໃນລະຫວ່າງັວັນທີ 17-21 ສິງຫາ 2020ນີ້ ເພື່ອພັກຊົດເຊີຍເທດສະການປີໃໝ່ກຳປູເຈຍເມື່ອເດືອນເມສາທີ່ຖືກເລື່ອນອອກໄປເນື່ອງຈາກການລະບາດຂອງໂຄວິດ-19.

ນາຍົກ ຮຸນເຊນ ຂອງກຳປູເຈຍກ່າວວ່າ ການຕັດສິນໃຈໃນຄັ້ງນີ້ເກີດຂຶ້ນຫຼັງຈາກກຳປູເຈຍສາມາດຄວບຄຸມສະຖານະການຂອງໂຣກໂຄວິດ-19ໄວ້ໄດ້, ຢ່າງໃດກໍ່ຕາມເຂົາຂໍໃຫ້ປະຊາຊົນຍັງຕ້ອງລະມັດລະວັງເປັນພິເສດ ໃສ່ໜ້າຜ້າປິດປາກ, ລ້າງມີດ້ວຍແອລກໍຮໍ ແລະ ຮັກສາໄລຍະຫ່າງ.

ທັງນີ້, ຈົນຮອດປັດຈຸບັນກຳປູເຈຍມີຜູ້ປ່ວຍໂຄວິດ-19 ທັງໝົດ 165ຄົນ ປົວຫາຍດີແລ້ວ 133ຄົນ ແລະ ຍັງຢູ່ໃນລະຫວ່າງການຮັກສາຕົວ 32ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...