spot_img
Homeຂ່າວຕ່າງປະເທດກຳປັ່ນສູ້ຮົບໃຫຍ່ ແລະ ທັນສະໄໝທີ່ສຸດຂອງອາເມຣິກາ ເພກາງຄອງປານາມາ ທັງທີ່ຫາກໍເຂົ້າປະຈຳການໄດ້ບໍ່ດົນ

ກຳປັ່ນສູ້ຮົບໃຫຍ່ ແລະ ທັນສະໄໝທີ່ສຸດຂອງອາເມຣິກາ ເພກາງຄອງປານາມາ ທັງທີ່ຫາກໍເຂົ້າປະຈຳການໄດ້ບໍ່ດົນ

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 23 ພະຈິກນີ້ວ່າ ກຳປັ່ນສູ້ຮົບ USS Zumwalt ຊຶ່ງເປັນກຳປັ່ນສູ້ຮົບທີ່ໃຫຍ່ ແລະ ທັນສະໄໝທີ່ສຸດຂອງ ສະຫະລັດອາເມຣິກາ ປະສົບບັນຫາຂັດຂ້ອງຢູ່ຄອງປານາມາ ທັງທີ່ຫາກໍຖືກນຳເຂົ້າປະຈຳການໄດ້ບໍ່ພໍເທົ່າໃດອາທິດ ເມື່ອວັນທີ 15 ຕຸລາທີ່ຜ່ານມານີ້ເທົ່ານັ້ນ, ຕາມການລາຍງານຂອງກອງທັບສະຫະລັດອາເມຣິກາ ກຳປັ່ນສູ້ຮົບດັ່ງກ່າວນີ້ ເກີດບັນຫາລະຫວ່າງການເດີນທາງ ຈາກເມືອງບັນຕິມໍ ໄປຍັງຊານດິເອໂກ ແຕ່ເກີດປະສົບເຫດຂັດຂ້ອງທາງເຕັກນິກ ຈຳເປັນຕ້ອງໄດ້ຖືກເຮືອລາກຈູງ ເຂົ້າໄປຮັບການສ້ອມແປງດ່ວນ ຢູ່ສະຖານີທະຫານເຮືອກອງທັບສະຫະລັດຯ ທີ່ຢູ່ພາຍໃນບໍລິເວນໃກ້ຄຽງ.

USS Zumwalt ມີມູນຄ່າ 4.3 ຕື້ໂດລາ, ມີຄວາມຍາວປະມານ 180 ແມັດ ແລະ ມີນ້ຳໜັກປະມານ 15,000​ ໂຕນ ຊຶ່ງຖືເປັນກຳປັ່ນສູ້ຮົບທີ່ມີຂະໜາດໃຫຍ່ທີ່ສຸດ ໃນກອງທັບເຮືອສະຫະລັດອາເມຣິກາ ໃນປັດຈຸບັນ, ພ້ອມກັນນີ້ ກຳປັ່ນສູ້ຮົບລຳດັ່ງກ່າວ ຍັງມີຄວາມສາມາດອຳພາງຕົວ ຈາກການກວດຈັບຂອງເຣດາຂອງເຮືອລຳອື່ນໆໄດ້ ໂດຍຈະຖືກຈັບສັນຍານ ປະກົດເປັນເຮືອຂະໜາດນ້ອຍ ບໍ່ຕ່າງຈາກເຮືອຫາປາທົ່ວໆໄປ, ນອກນັ້ນ ຍັງຕິດຕັ້ງອາວຸດຍຸດໂທປະກອນທີ່ທັນສະໄໝ ແລະ ມີປະສິດທິພາບສູງກວ່າເກົ່າ ນັບເປັນກຳປັ່ນສູ້ຮົບທີ່ມີຄວາມທັນສະໄໝທີ່ສຸດ ຂອງກອງທັບເຮືອສະຫະລັດອາເມຣິກາ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...