spot_img
Homeຂ່າວພາຍ​ໃນການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ປັບລາຄາປະເພດຊີ້ນໝູໃຫ້ຫຼຸດລົງ

ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ປັບລາຄາປະເພດຊີ້ນໝູໃຫ້ຫຼຸດລົງ

Published on

ເພື່ອ​ແນໃສ່​ຊຸກຍູ້​ສົ່ງເສີມ​ຜູ້​ດຳເນີນ​ທຸລະ​ກິດ​ການ​ຜະລິດ ຜູ້​ຊື້-ຜູ້ຂາຍ ແລະ ເປັນ​ການ​ປົກ​ປ້ອງ​ສິດຜົນ​ປະໂຫຍດ​ຜູ້​ຊົມໃຊ້ ​ໃຫ້​ມີ​ຄວາມ​ຍຸຕິ​ທຳ​ບົນ​ພື້ນຖານ​ກົນ​ໄກ​ຕະຫຼາດ ​ຫຼີກ​ລ່ຽງ​ການ​ເອົາ​ລັດ​ເອົາປຽບ​ກັນ​ລະຫວ່າງ​ຜູ້​ຊື້ ແລະ ຜູ້ຂາຍ ທັງ​ຮັບປະກັນ​ໃຫ້​ສັງຄົມ​ມີຄວາມ​ສະຫງົບ.

ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ໄດ້​ອອກ​ແຈ້ງ​ການ​ເລື່ອງ​ການ​ກຳນົດ​ລາຄາ​ຂາຍຍົກ-ຂາຍຍ່ອຍຊີ້ນ​ໝູ ໂດຍ​ອີງ​ຕາມ​ດຳລັດ​ວ່າດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ແລະ ຄ່າ​ບໍລິການ ອີງ​ຕາມ​ຄຳເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ກອງປະຊຸມ​ ກ່ຽວ​ກັບ​ລາຄາ​ຂາຍຍົກ-ຂາຍຍ່ອຍຊີ້ນ​ໝູ ແລະ ແຈ້ງການ​ຂອງ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ວ່າ​ດ້ວຍ​ການ​ກຳນົດ​ໂຄງ​ປະກອບ​ລາຄາ​ສິນຄ້າ ຄວບ​ຄຸມ ເພື່ອ​ກຳນົດ​ລາຄາ​ຂາຍຍົກ-ຂາຍຍ່ອຍ ດັ່ງນັ້ນ ພະ​ແນກອຸດສາຫະກຳ ແລະ ການ​ຄ້າ ນະຄອນ​ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ອອກແຈ້ງ​ການ​ຄື​ດັ່ງນີ້: ລາຄາ​ໝູ​ເປັນ ໜ້າ​ຟາມ ຊື້-ຂາຍ ບໍ່​ໃຫ້​ເກີນ 18 ພັນ​ກີບ/ກິ​ໂລ ລາຄາ​ຂາຍຍົກ​ໝູທັງ​ຕົວ​ທີ່​ໄດ້​ຂ້າ​ຄົວ ແລະ ຊຳແຫຼະ​ເປັນ​ຊີ້ນລວມ​ຂາຍ​ສູງ​ສຸດ​ບໍ່ໃຫ້​ເກີນ 21 ພັນ​ກີບ/ກິ​ໂລ ລາຄານີ້​ແມ່ນ​ລາຄາ​ນາຍຮ້ອຍ​ສົ່ງ​ໃຫ້ລູກ​ຂຽງ​ຮອດ​ຕະຫຼາດ ສຳລັບລາຄາ​ຂາຍຍ່ອຍ​ຂອງ​ລູກ​ຂຽງໃຫ້​ຜູ້​ບໍລິໂພກ​ຢູ່​ຕະຫຼາດ ຊີ້ນ​ໝູ​ປະເພດ​ໜຶ່ງ (ຊີ້ນ​ກ້ອນ ດູກ​ຂ້າງ ຊີ້ນສາມ​ຊັ້ນ) ສູງ​ສຸດ 33 ພັນ​ກີບ/ກິໂລ ແລະ ຊີ້ນ​ໝູ​ປະເພດ​ສອງ ລາຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 30 ພັນ​ກີບ/ກິ​ໂລ.

ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ແຈ້ງ​ການ​ໃຫ້​ບັນດາ​ຫົວໜ້າຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ 9 ຕົວ​ເມືອງ ຫົວໜ່ວຍທຸລະ​ກິດ​ຈັດ​ສັນ​ຕະຫຼາດ ບັນດາຟາມ​ລ້ຽງ​ໝູ (ຜູ້​ຜະລິດ​ໝູ) ຜູ້​ປະກອບ​ການ​ທຸລະ​ກິດ​ຊື້​ສັດ-ຂາຍຊີ້ນ (ນາຍຮ້ອຍ) ຜູ້​ຈຳໜ່າຍ​ຊີ້ນໝູ (ລູກ​ຂຽງ) ຕາມ​ຮ້ານ​ຄ້າ​ແຜງລອຍ​ໃນ​ຕະຫຼາດ ຢູ່​ນະຄອນຫຼວງວຽງ​ຈັນ ເພື່ອ​ຊາບ ແລະ ຈັດ​ຕັ້ງປະຕິບັດ​ຕາມ​ເນື້ອ​ໃນ​ແຈ້ງ​ການນີ້​ໃຫ້​ມີ​ປະ​ສິດທິ​ຜົນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...