spot_img
Homeຂ່າວພາຍ​ໃນການ​ຄ້າ​ຄຸນ​ໝິງ ເຊົ່າ​ດິນ​ລັດ ສ້າງ​ໂຮງ­ງານ​ປຸງ​ແຕ່ງ​ຊາ

ການ​ຄ້າ​ຄຸນ​ໝິງ ເຊົ່າ​ດິນ​ລັດ ສ້າງ​ໂຮງ­ງານ​ປຸງ​ແຕ່ງ​ຊາ

Published on

 

ການ​ຄ້າ​ຄຸນ​ໝິງ​ອິນ­ທາ​ເຊົ່າ​ດິນ​ລັດ ເພື່ອ​ສ້າງ​ໂຮງ­ງານ​ປຸງ​ແຕ່ງ​ຊາ ຮອງ​ຮັບ​ຜົນ​ຜະ­ລິດ​ທີ່​ບ້ານ​ມຸກ​ແຄະ ແຂວງ​ອຸ­ດົມ​ໄຊ ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ​ປ່າ​ຊາ​ທຳ​ມະ​ຊາດ​ພັນ​ປີ ໂດຍ​ປະ­ຈຸ​ບັນ​ເນື້ອ ທີ່​ຊາ​ທຳ​ມະ​ຊາດ ມີ​ທັງ​ໝົດ 8 ພັນ​ກວ່າ​ເຮັກ­ຕາ ກວມ​ເອົາ 11 ບ້ານຂອງ​ເມືອງ​ປາກ​ແບງ.

ພິ­ທີ​ເຊັນ​ສັນ­ຍາ​ເຊົ່າ​ທີ່​ດິນ​ດັ່ງ­ກ່າວ​ມີ​ຂຶ້ນ​ໃນ​ວັນ​ທີ 28 ມັງ­ກອນຜ່ານ​ມາ​ທີ່​ຫ້ອງ​ປະ­ຊຸມ​ຂອງ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ ແຂວງ​ອຸ­ດົມ​ໄຊ ໂດຍ​ຕາງ­ໜ້າ​ລົງ​ນາມ​ລະຫວ່າງ​ທ່ານ ສີ​ສຸ­ພັນ ແສງ​ສະ­ຫວັນ ຫົວ­ໜ້າ​ຂະ­ແໜງ​ຄຸ້ມ​ຄອງ​ທີ່​ດິນ ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ​ແຂວງ​ກັບ ທ່ານ ອາ​ລິວ ຜູ້​ຈັດ­ການ​ບໍ­ລິ­ສັດ​ການ​ຄ້າ​ຄຸນ​ໝິງ​ອິນ­ທາ ຈຳ­ກັດ ໂດຍ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈັດ​ແພງ ແກ້ວ​ສີ​ວັນ ຫົວ­ໜ້າ​ພະ​ແນກ​ຊັບພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ​ແວດລ້ອມ​ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

ພິ­ທີ​ເຊັນ​ສັນ­ຍາ​ຄັ້ງ​ນີ້ ກໍ​ເພື່ອ​ປະ­ຕິ­ບັດຕາມ​ລະ­ບຽບ​ຫຼັກ­ການ ແລະ​ກົດ­ໝາຍກ່ຽວ​ກັບ​ການ​ນຳ​ໃຊ້, ການ​ປົກ​ປັກ​ຮັກສາ ແລະ​ການ​ເກັບ​ພາ­ສີ​ທີ່​ດິນ ເນື່ອງຈາກ​ໄລ­ຍະ​ທີ່​ຜ່ານ​ມາ​ທາງ​ບໍ­ລິ­ສັດ​ການຄ້າ​ຄຸນ​ໝິງ​ອິນ­ທາ​ໄດ້​ມີ​ການ​ລົງ​ສຳ​ຫຼວດ​ເນື້ອ­ທີ່​ປ່າ​ຊາ​ພັນ​ປີຢູ່​ທີ່​ເມືອງ​ປາກ​ແບງ ແຂວງ​ອຸ­ດົມ​ໄຊ ເພື່ອ​ສ້າງ​ເປັນ​ໂຮງ­ງານປຸງ​ແຕ່ງ​ຊາ​ທຳ​ມະ​ຊາດ ລວມ​ທັງ​ຕິດ​ພັນກັບ​ການ­ທ່ອງ­ທ່ຽວ​ປ່າ​ຊາ​ທຳ​ມະ​ຊາດ​ພັນ
ປີ ຊຶ່ງ​ມີ​ເນື້ອ­ທີ່ທັງ​ໝົດ 8 ພັນ​ກວ່າ​ເຮັກ ຕາ​ກວມ​ເອົາ​ທັງ​ໝົດ 11 ບ້ານ ໃນ​ຈຳນວນ​ບ້ານ​ທັງ​ໝົດ​ຂອງ​ເມືອງ​ປາກ​ແບງ ພາຍ­ຫຼັງ​ທີ່​ແຂວງ ແລະ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ເຫັນ​ດີ​ຕົກ­ລົງ​ໃຫ້​ບໍ­ລິ­ສັດ​ດັ່ງ­ກ່າວ ສ້າງ­ຕັ້ງ​ໂຮງ­ງານ​ປຸງ​ແຕ່ງ​ຊາ ຊຶ່ງ​ໂຮງງານ​ດັ່ງ­ກ່າວ​ໄດ້​ສ້າງ­ຕັ້ງ​ແຕ່​ປີ 2014 ເປັນ­ຕົ້ນ​ມາ ແລະ​ສຳ­ເລັດ 100% ໃນ​ປະຈຸ​ບັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...