spot_img
Homeຂ່າວຕ່າງປະເທດ ເສຍຊີວິດ 10 ຄົນ ຍ້ອນ ການໂຈມຕີທີ່ລັດອັສສຳຂອງພວກກະບົດ (ມີວີດີໂອ)

ເສຍຊີວິດ 10 ຄົນ ຍ້ອນ ການໂຈມຕີທີ່ລັດອັສສຳຂອງພວກກະບົດ (ມີວີດີໂອ)

Published on

ການໂຈມຕີທີ່ລັດອັສສຳຂອງພວກກະບົດ
ການໂຈມຕີທີ່ລັດອັສສຳຂອງພວກກະບົດ

ບັນດາ​ເຈົ້າ​ໜ້າ​ທີ່ອິນ​ເດຍ ກ່າວ​ວ່າ ພວກ​ກະບົດ​ໄດ້​ສັງຫານ 10 ຄົນ​ທີ່ລັດອັສສຳ​ ໃນພາກຕາ​ເວັນ​ອອກສຽງ​ເໜືອ​ຂອງປະເທດ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ສັງຫານດັ່ງກ່າວ​ ໄດ້​ເກີດ​ຂື້ນ​ຢູ່​ສອງແຫ່ງ​ຕ່າງ​ກັນ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້.

ພວກ​ກະບົດໄດ້ເປີດ​ສາກ​ຍິງ​ໃສ່ເຮືອນຫລັງ ​ໃນ​ເຂດ​ເມືອງ Kokrajhar ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຈັດ​ຄົນ.

​ນອກນັ້ນ ພວກຫົວຮຸນແຮງ ຍັງສັງຫານອີກ 3 ຄົນ ໃນ​ເຂ​ດເມືອງ Daksa.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ​ ພວກ​ກະບົດ​ຈາກກຸ່ມແນວໂຮມ​ປະຊາທິປະ​ໄຕ​ແຫ່ງ​ຊາດ Bodoland ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມຕີຄັ້ງນີ້.

ຄວາມ​ຄຽດຊັງ ​ແລະ​ການ​ກ່າວ​ຫາ​ວ່າ ລັກ​ຂະໂມຍເອົາ​ດິນ​ດອນ ​ໄດ້ມີມາ​ເປັນ​ເວລາຊ້າ​ນານ ​ໃນລັດອັສສຳ ລະຫວ່າງບັນດາສະມາຊິກ ປະຊາ​ຄົມເຜົ່າ Bodo ​ແລະ​ອີີກ​ຫລາຍ​ພັນ​ຄົນ​ ທີ່​ເປັນພວກເຂົ້າໄປຕັ້ງຖິ່ນຖານໃໝ່ ຊາວ​ມຸສລິ​ມ​ຈາກບັງ ກລາແດັສ
ຫລາຍໆ​ຄົນ​ແມ່ນ​ພາກັນ​ມາ​ຈາກ ອະດີດປາ​ກິ​ສຖານຕາເວັນອອກ ກ່ອນ​ກາຍມາເປັນປະເທດບັງ​ກລາ​ແດັສ ​ໃນ​ປີ 1971.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...