spot_img
Homeຂ່າວພາຍ​ໃນການແຂ່ງຂັນ ກິລາການທະຫານສາກົນ 2022

ການແຂ່ງຂັນ ກິລາການທະຫານສາກົນ 2022

Published on

ໃນວັນທີ 14 ສິງຫາ 2022 ນີ້, ທິມນັກກິລາ ເຫຼົ່າຮົບສື່ສານ ໄດ້ເຂົ້າຮ່ວມແຂ່ງຂັນ ກີລາການທະຫານສາກົນ 2022 (ແຂ່ງຂັນ ທີ່ ສ ເບລາຣູດ) ໂດຍອິງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ທີມນັກກິລາ ເຫຼົ່າຮົບສື່ສານ ໄດ້ເຂົ້າຮ່ວມກີລາການທະຫານ ສາກົນ 2022, ເຊີ່ງໄດ້ແຂ່ງຂັນລະຫວ່າງວັນທີ 3-28 ສິງຫາ 2022.

ໃນນີ້, ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງນັກສຶກສາທະຫານລາວ ທີ່ກໍາລັງສຶກສາຢູ່ວິທະຍາຄານສື່ສານ ທີ່ ເຊັນປີເຕີສະເບີກ ສະຫະພັນຣັດເຊຍ. ໃນການແຂ່ງຂັນກິລາ ເຫຼົ່າຮົບສື່ສານ ຄັ້ງນີ້ມີ ນັກກິລາເຂົ້າຮ່ວມທັງໝົດ 12 ປະເທດ ໃນນີ້, ທິມນັກກີລາ ເຫຼົ່າຮົບສື່ສານເຂົ້າຮ່ວມແຂ່ງຂັນ 2 ປະເພດກີລາຄື: ປະເພດວິທະຍຸສື່ສານ ແລະ ຜູ້ຊ່ຽວຊານດ້ານໄອທີ.

ສຳລັບໃນການແຂ່ງຂັນຕົວຈິງ ທິມວິທະຍຸສື່ສານ ກອງທັບປະຊາຊົນລາວ ເຊິ່ງຈະໄດ້ແຂ່ງຂັັນ 3 ວັນຄື: ວັນທີ 16 ແມ່ນ ຊອກຫາທີດທາງຈຸດສື່ສານ, ວັນທີ 17 ແມ່ນແຂ່ງຂັນ ຕີມັອກ-ຮັບມັອກ ແມ່ນແຂ່ງເອົາຄວາມໄວ, ວັນທີ 19 ແມ່ນແຂ່ງ ກວດກາທາງວິທະຍຸ. ກອງທັບປະຊາຊົນລາວ ແຂ່ງກັບ ກອງທັບ ຊີເຣຍ ແລະ ນັກກີລາດ້ານໄອທີ ແຂ່ງວັນທີ 20 ແມ່ນ ເສັງຄີດໄລ່ ທີດສະດີ, ວັນທີ 22 ແຂ່ງພາກປະຕິບັດຕົວຈິງ ໃນການຕີດຕັ້ງ ຕໍ່ສາຍໂທລະສັບ ແຂ່ງກັບ ກອງທັບຊູດານ.

ແຫຼ່ງຂ່າວ:Lao National Radio

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...