ການແຂ່ງຂັນເຕັ້ນເຊຍ ຊິງຂັນປະທານຄະນະກຳມະການກິລາໂອແລມປິກ ຈະຈັດຂຶ້ນທ້າຍປີນີ້!

 

ບໍລິສັດ ເບຍລາວ ຈຳກັດ ກໍຄືເຄື່ອງດື່ມເປບຊີ ໃນນາມຜູ້ອຸປະຖຳຫລັກ ໄດ້ເປັ ເຈົ້າພາບຈັດການແຂ່ງຂັນເຕັ້ນເຊຍ

ຫລື ເປບຊີ ເຊຍລີດດິງ ຄອນເທດ 2014 (Pepsi Cheerleading Con test 2014), ເຊິ່ງຄາດວ່າຈະມີຂຶ້ນໃນກາງ

ເດືອນພະຈິກ 2014ນີ້, ເພື່ອຊີງຂັນປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ໂດຍຜູ້ຊະນະເລີດຈະ

ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ 1 ໜ່ວຍ.

 

ໃນງານຖະແຫລງຂ່າວກ່ຽວກັບການກະກຽມການແຂ່ງຂັນດັ່ງກ່າວ ທ່ານ ສົມພູ ພົງສາ ຮອງປະທານທັງເປັນເລຂາ

ທິການຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້

ກ່າວວ່າ: ຄວາມໝາຍຂອງການເຕັ້ນເຊຍ ຫລື ເອີ້ນກັນໃນຄຳສັບສາກົນ ແມ່ນເຊຍລິດດິງນີ້ ກໍຖືວ່າເປັນກິລາປະ

ເພດໜຶ່ງທີ່ຄ້າຍຄືກັບກາຍະສິນ ແຕ່ຈະເນັ້ນໜັກການໃຊ້ທັກສະການເຕັ້ນເປັນກຸ່ມແບບພ້ອມພຽງ, ການເຕັ້ນຕໍ່

ໂຕ, ການໂຍນໂຕ ແລະ ອື່ນໆ, ໂດຍຈຸດປະສົງຫລັກໆຂອງການສ້າງສີສັນກິລາແບບໃໝ່ ເພື່ອສົ່ງເສີມໃຫ້ກິລາປະ

ເພດນີ້ ມີການພັດທະນາ ແລະ ໃຫ້ສະຖາບັນການສຶກສາໄດ້ນຳໄປໃຊ້ ເວລາມີງານແຂ່ງຂັນກິລາປະເພດຕ່າງໆທັງໃນ

ລະດັບຊາດ ແລະ ລະດັບສາກົນ ເພື່ອສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ຄຶກຄື້ນຄືດັ່ງທີ່ໄດ້ມີມາແລ້ວ

ພິເສດແມ່ນຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງໝູ່ນັກຮຽນນັກສຶກສາ

ດ້ວຍກັນຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ.

 

ການແຂ່ງຂັນເຕັ້ນເຊຍທາງ ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະໜັບສະໜູນຈັດຂຶ້ນເປັນປີທີ 3 ແລະ ໄດ້ເຄີຍ

ໄປແຂ່ງຂັນຢູ່ຕ່າງປະເທດຈຳນວນໜຶ່ງ ສຳລັບປີນີ້ໄດ້ມີນັກກິລາເຕັ້ນເຊຍລາວ ຈາກສະຖາບັນຕ່າງໆສະເໜີເຂົ້າ

ແຂ່ງຂັນແລ້ວ 14 ທີມ, ການແຂ່ງຂັນຮອບຊິງຊະນະເລີດຈະຈັດ ຂຶ້ນໃນວັນທີ 12 ພະຈິກ 2014, ແຕ່ລະທີມທີ່ເຂົ້າ

ຮ່ວມແຂ່ງຂັນ ຕ້ອງມີຈຳນວນ 16-18 ຄົນ ເປັນທີມປະສົມລະຫວ່າງຍິງ-ຊາຍ, ໂດຍຄັດເລືອກເອົາກຸ່ມນັກສຶກສາມະ

ຫາວິທະຍາໄລ ແລະ ວິທະຍາ ໄລພາກລັດ ແລະ ເອກະຊົນຂອງລາວເທົ່ານັ້ນ, ຊຶ່ງແຕ່ລະທີມ ຈະຕ້ອງແຂ່ງຂັນກັນ

ດ້ວຍຄວາມສາມາດ ແລະ ນຳໃຊ້ທັກສະທີ່ຕົນໄດ້ຮຽນມາ ເພື່ອນຳທີມຂອງຕົນຍາດເອົາລາງວັນຊະນະເລີດຈະໄດ້

ຮັບທຶນການສຶກສາ 20 ລ້ານກີບ ພ້ອມຂັນປະທານ 1 ໜ່ວຍ, ລາງວັນທີ 2 ທຶນການສຶກສາ 15 ລ້ານກີບ ພ້ອມໂລ້

ກຽດຕິຍົດ 1 ໜ່ວຍ, ລາງວັນທີ 3 ທຶນການສຶກສາ 12 ລ້ານກີບ ພ້ອມໂລ້ 1 ໜ່ວຍ, ລາງວັນທີ 4 ທຶນການສຶກສາ

10 ລ້ານກີບ ພ້ອມໂລ້ 1 ໜ່ວຍ ແລະ ລາງວັນຊົມເຊີຍທີມລະ 4 ແສນກີບ, ພິເສດທາງບໍລິສັດ ເບຍລາວ ຈຳກັດ

ຍັງໄດ້ມີລາງວັນຄູຝຶກດີເດັ່ນ ຈຳນວນ 5 ລ້ານກີບ ພ້ອມໃບຢັ້ງຢືນ ລວມມູນຄ່າທັງໝົດ 118 ລ້ານ ກີບ.

 

ແຫລ່ງຂ່າວ: ລາວພັດທະນາ