spot_img
Homeນານາສາລະການເວັ້ນໄລຍະຫ່າງໃນສັງຄົມ (Social-Distancing) ສິ່ງທີ່ທຸກຄົນຄວນເຮັດໃນໄລຍະການແຜ່ລະບາດ COVID-19

ການເວັ້ນໄລຍະຫ່າງໃນສັງຄົມ (Social-Distancing) ສິ່ງທີ່ທຸກຄົນຄວນເຮັດໃນໄລຍະການແຜ່ລະບາດ COVID-19

Published on

ໃຜທີ່ໄດ້ຕິດຕາມເພຈຂອງໂຮງຮູບເງົາແຫ່ງໜຶ່ງໃນລາວ ກໍ່ອາດຈະໄດ້ເຫັນມາດຕະການການຈັດບ່ອນນັ່ງໃຫ້ຢູ່ຫ່າງກັນສອງບ່ອນນັ່ງແລະໜຶ່ງແຖວບ່ອນນັ່ງ ຫຼືການທີ່ທາງລັດຖະບານລາວໄດ້ອອກມາດຕະການຕ່າງໆເຊັ່ນ ໂຈະຫຼືເລື່ອນງານທີ່ມີຜູ້ເຂົ້າຮ່ວມຈຳນວນຫຼາຍ, ປິດໂຮງຮຽນທຸກລະດັບຊັ້ນຊົ່ວຄາວ. ວີທີການນີ້ຖືເປັນໜຶ່ງໃນວິທີການເວັ້ນໄລຍະຫ່າງໃນສັງຄົມ ຫຼື Social-Distancing ເຊິ່ງເປັນອີກວິທີປ້ອງກັນຈາກການຕິດເຊື້ອພະຍາດໄວຣັສທີ່ກຳລັງແຜ່ລະບາດໃນຕອນນີ້. ການເວັ້ນໄລຍະຫ່າງໃນສັງຄົມ (Social-Distancing) ແມ່ນວິທີການເວັ້ນໄລຍະຫ່າງ ຫຼື ແຍກອອກຈາກກັນ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດ ໂດຍສະເພາະກັບພະຍາດສາຍພັນໃໝ່ນີ້
ວິທີການເວັ້ນໄລຍະຫ່າງກໍ່ມີຫຼາຍທາງເຊັ່ນ:

  1. ແຍກປ່ຽວຫຼັງຈາກໄປບ່ອນສຸ່ມສ່ຽງຈາກພະຍາດ
  2. ງົດການໄປຊຸມນຸມ ຫຼື ສັງສັນທີ່ຕ້ອງໄດ້ພົບປະກັບຄົນຈຳນວນຫຼາຍ
  3. ເວັ້ນໄລຍະຫ່າງຈາກອີກຄົນບໍ່ຕໍ່າກວ່າ 2 ແມັດ ເພື່ອຫຼີກລ່ຽງຕົວເອງຈາກການສູດດົມອະອອງນໍ້າຈາກການໄອ ຫຼື ຈາມ
  4. ຫຼຸດການສຳຜັດໃນໄລຍະໃກ້ເຊັ່ນ ການຈັບມື ຫຼື ກອດ
  5. ກິນອາຫານຄົນລະຈານ
  6. ງົດອອກນອກບ້ານຖ້າບໍ່ມີເຫດຈຳເປັນ

ການເວັ້ນໄລຍະຫ່າງໃນສະຖານະການຄັ້ງນີ້ແມ່ນເປັນສິ່ງທີ່ທຸກຄົນຄວນປະຕິບັດຕາມແລະຮັບຜິດຊອບເພື່ອຫຼຸດການແຜ່ລະບາດຂອງໄວຣັສສາຍພັນໃໝ່ ໃນເມື່ອໄວຣັສຕົວນີ້ຍັງບໍ່ມີວັກຊີນປ້ອງກັນ; ພ້ອມກັບທີ່ວ່າຄົນທີ່ຕິດໄວຣັສຕົວນີ້ບໍ່ຄ່ອຍສະແດງອາການ ແຕ່ສາມາດແຜ່ເຊື້ອໄດ້ ການເວັ້ນໄລຍະຫ່າງຖືວ່າຈຳເປັນສຳຫຼັບຕອນນີ້.

ຮຽບຮຽງຂ່າວໂດຍ: ບຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...