spot_img
Homeຂ່າວຕ່າງປະເທດການເຂົ້າເຖິງອິນເຕີເນັດສຳຄັນກວ່າການມີໄຟຟ້າໃຊ້

ການເຂົ້າເຖິງອິນເຕີເນັດສຳຄັນກວ່າການມີໄຟຟ້າໃຊ້

Published on

ຜູ້ບໍລິຫານອາລີບາບາ (ແຈັກ ໝ່າ) ກ່າວເຖິງໂອກາດການເຂົ້າເຖິງອິນເຕີເນັດເປັນສິ່ງສຳຄັນທີ່ສຸດໃນຍຸກປັດຈຸບັນ ເມື່ອທຽບກັບການເຂົ້າເຖິງໄຟຟ້າໃນຊ່ວງສະຕະວັດທີ່ຜ່ານມາ.

ແຈັກ ໝ່າ ຜູ້ບໍລິຫານອາລີບາບາ ອີຄອມເມີຣສຊື່ດັງໃນ ສປ ຈີນ ໄດ້ກ່າວໃນລາຍການໂທລະພາບຂອງອົງການສະຫະປະຊາຊາດໃນນະຄອນນິວຢອກວ່າ “ທຸກມື້ນີ້ຫາກເຮົາບໍ່ໄດ້ເຊື່ອມກັບປະເທດໃດ ຫຼື ຫາກທ່ານບໍ່ໃຫ້ປະຊາຊົນຂອງທ່ານເຂົ້າເຖິງອິນເຕີເນັດກໍຖືເປັນສິ່ງທີ່ໂຫດຮ້າຍຍິ່ງກວ່າສະຕະວັດທີ່ຜ່ານມາ ເມື່ອທຽບກັບການບໍ່ສາມາດເຂົ້າເຖິງໄຟຟ້າ”.

ການເຂົ້າເຖິງອິນເຕີເນັດກຳລັງຈະປ່ຽນແປງສິ່ງຕ່າງໆຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງບໍ່ຄວນປ່ອຍໃຫ້ຄົນສ່ວນຫຼາຍຈົມຢູ່ໃນສະຕະວັດທີ່ຜ່ານມາ (ຊຶ່ງບໍ່ສາມາດເຂົ້າເຖິງອິນເຕີເນັດ) ທັງນີ້ ການອະພິບາຍໃນຄັ້ງນີ້ເປັນສ່ວນໜຶ່ງຂອງຫົວຂໍ້ “ຍຸກຂອງການເພິ່ງພາຊຶ່ງກັນ ແລະ ກັນຂອງລະບົບດິຈິຕອລ” ຊຶ່ງເປັນວາລະການເຮັດວຽກຂອງ UN ໃນປະເດັນຄວາມຮ່ວມມືດ້ານດິຈິຕອລ.

ຂະນະທີ່ລາຍງານຂອງ UN ກໍໄດ້ລະບຸວ່າ ປະຊາກອນໂລກຫຼາຍກວ່າເຄິ່ງໜຶ່ງຍັງບໍ່ສາມາດເຂົ້າເຖິງລະບົບອິນເຕີເນັດ ຫຼື ບໍ່ມີຄວາມສາມາດພຽງພໍທີ່ຈະເຂົ້າເຖິງອິນເຕີເນັດໄດ້ຢ່າງມີປະສິດທິພາບ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday.com

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...