spot_img
Homeຂ່າວຕ່າງປະເທດການເຂົ້າເຖິງສິ່ງແວດລ້ອມທີ່ສະອາດ ຫຼື ສຸຂະພາບທີ່ດີຂອງສິ່ງແວດລ້ອມ ແມ່ນ ສິດທິມະນຸດ

ການເຂົ້າເຖິງສິ່ງແວດລ້ອມທີ່ສະອາດ ຫຼື ສຸຂະພາບທີ່ດີຂອງສິ່ງແວດລ້ອມ ແມ່ນ ສິດທິມະນຸດ

Published on

ອີງຕາມບົດຄວາມທີ່ຮັບຮອງໂດຍສະພາສິດທິມະນຸດ ທີ່ຮຽກຮ້ອງໃຫ້ລັດ  ອົງກອນຈັດຕັ້ງສາກົນ ແລະ ວິສະຫະກິດ ເພີ່ມຄວາມພະຍາຍາມ ເພື່ອສ້າງສະພາບແວດລ້ອມທີ່ດີສຳລັບທຸກຄົນ.

António Guterres ເລຂາທິການສະຫະປະຊາຊາດ (UN) ຊົມເຊີຍການຕັດສິນໃຈແຫ່ງ “ປະຫວັດສາດ” ແລະ ກ່າວວ່າການພັດທະນາທີ່ສຳຄັນ ສະແດງໃຫ້ເຫັນວ່າ ປະເທດສະມາຊິກ ສາມາດຮ່ວມມືກັນຕໍ່ສູ້ກັບ ວິກິດການ 3 ຢ່າງຄື ການປ່ຽນແປງຂອງສະພາບອາກາດ, ການສູນເສຍຊີວະນາໆພັນ ແລະ ມົນລະຜິດ.

ແລ້ວໄດ້ກ່າວອີກວ່າ: ການແກ້ໄຂບັນຫານີ້ ຈະ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ບໍ່​ຍຸຕິ​ທຳ​ດ້ານ​ສິ່ງ​ແວດ​ລ້ອມ, ປິດຊ່ອງ​ຫວ່າງການປ້ອງກັນ ​ແລະ​ ໃຫ້ອຳນາດແກ່ປະຊາຊົນ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ຕົກ​ຢູ່​ໃນ​ສະພາບ​ທີ່​ສ່ຽງ ລວມທັງ​ປົກ​ປ້ອງ​ສິດທິ​ມະນຸດ​ດ້ານ​ສິ່ງ​ແວດ​ລ້ອມ, ​ເດັກນ້ອຍ, ຊາວ​ໜຸ່ມ, ​ແມ່ຍິງ ​ແລະ ​ປະຊາຊົນບັນດາເຜົ່າ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ຍັງ​ຈະ​ຊ່ວຍ​ໃຫ້​ລັດ​ຕ່າງໆ​ເລັ່ງລັດ​ປະຕິບັດ​ພັນທະ ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ສິດທິ​ມະນຸດ, ປະຊາຄົມສາກົນໄດ້ໃຫ້ການຮັບຮູ້ໃນລະດັບສາກົນ ຕໍ່ສິດທິນີ້.

ຍັງເນັ້ນ​ໜັກ​ວ່າ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ຮັບຮອງ​ເອົາ​ມະຕິ ເປັນແຕ່​ຈຸດ​ເລີ່​ມຕົ້ນ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ເຮັດໃນສິ່ງທີ່ຖືກຕ້ອງ ທີ່ໄດ້ຮັບການຍອມຮັບ ໃຫ້ເປັນຈິງສຳລັບທຸກຄົນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...