spot_img
Homeມຸມຂ່າວ AECການາດາ ຈະແຕ່ງຕັ້ງຄະນະຜູ້ແທນທາງການທູດປະຈຳອາຊຽນຊຸດທຳອິດ ຮອງຮັບ ACE

ການາດາ ຈະແຕ່ງຕັ້ງຄະນະຜູ້ແທນທາງການທູດປະຈຳອາຊຽນຊຸດທຳອິດ ຮອງຮັບ ACE

Published on

557000009269001
ທ່ານ ຈອນ ແບັດ ລັດຖະມົນຕີການຕ່າງປະເທດການາດາ

 

ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ລັດຖະບານການາດາຢືນຢັນຈະແຕ່ງຕັ້ງຄະນະຜູ້ແທນທາງການທູດ

ຊຸດທຳອິດໃນປະຫວັດສາດ ເພື່ອມາປະຈຳການຢູ່ກຸ່ມອາຊຽນ ຮອງຮັບການເປີດໂຕຂອງປະຊາຄົມເສດຖະກິດອາ

ຊຽນ ຫຼື AEC ທີ່ຈະມີກຳນົດເປີດຢ່າງເປັນທາງການໃນປີໜ້ານີ້.

 

ທ່ານ ຈອນ ແບັດ ລັດຖະມົນຕີວ່າການກະຊວງການຕ່າງປະເທດການາດາ ອອກຄຳຖະແຫຼງໃນວັນພຸດ 6 ພຶດສະ

ພາຜ່ານມານີ້ວ່າ ລັດຖະບານການາດາ ຈະຈັດຕັ້ງຄະນະຜູ້ແທນທາງການທູດຊຸດທຳອິດຂອງຕົນ ມາປະຈຳຢູ່ສະມາ

ຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໂດຍລະບຸວ່າ ຈະໃຊ້ທີ່ຕັ້ງຂອງສະຖານເອກອັກຄະລາຊະທູດໃນ

ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເປັນສະຖານທີ່ປະຕິບັດພາລະກິດ ເພື່ອເຊື່ອມສຳພັນທັ້ງທາງດ້ານ

ການເມືອງ, ການຄ້າ, ການລົງທຶນ, ເສດຖະກິດ ແລະ ຄວາມໝັ້ນຄົງ ກັບທັງ 10 ປະເທດໃນອາຊຽນ ລວມເຖິງເພື່ອ

ຮອງຮັບການເປີດໂຕຂອງປະຊາຄົມເສດຖະກິດອາຊຽນ ຫຼື ເອອີຊີ ໃນປີໜ້າອີກດ້ວຍ.

 

ທ່ານ ຈອນ ແບັດ ລັດຖະມົນຕີຕ່າງປະເທດການາດາ ມີກຳນົດເຂົ້າຮ່ວມປະຊຸມກັບລັດຖະມົນຕີການຕ່າງປະເທດ

ອາຊຽນ ແລະ ປະເທດຄູ່ເຈລະຈາ  ທີ່ນະຄອນຫຼວງເນປິດໍຂອງສາທາລະນະລັດ ແຫ່ງສະຫະພາບມຽນມ້າ ໃນອາທິດ

ນີ້ ຍັງໄດ້ລະບຸຕື່ມອີກວ່າ ລັດຖະບານການາດາ ຕ້ອງການມີສ່ວນຮ່ວມໃນການສະໜັບສະໜູນການປົກປ້ອງສິດ

ທິມະນຸດໃນອາຊຽນ ແລະ ຕ້ອງການຊ່ວຍອາຊຽນແກ້ໄຂປັນຫາອາຊະຍາກຳຂ້າມຊາດ ທີ່ນັບມື້ນັບສູງຂຶ້ນໃນໄລຍະ

ຜ່ານມານີ້.

 

ກ່ອນໜ້ານີ້ ທ່ານ ຈອນ ແບັດ ໄດ້ຫາກໍສ້າງປະຫວັດສາດໜ້າໃໝ່ ດ້ວຍການເປັນລັດຖະມົນຕີຕ່າງປະເທດຂອງ

ການາດາຄົນທຳອິດ ທີ່ເດີນທາງມາຢ້ຽມຢາມສຳນັກງານເລຂາທິການອາຊຽນ  (ASEAN Secretariat) ທີ່ນະຄອນ

ຫຼວງຈາກາຕາ ພ້ອມທັງໄດ້ເຂົ້າພົບກັບທ່ານ ເລ ເລືອງ ມິນ ເລຂາທິການໃຫຍ່ອາຊຽນຄົນປະຈຸບັນ ເຊິ່ງເປັນຊາວ

ຫວຽດນາມ ແລະ ເປັນເລຂາທິການໃຫຍ່ຂອງອາຊຽນຄົນທີ 13 ນັບແຕ່ສ້າງຕັ້ງເປັນຕົ້ນມາ.

 

ເນື່ອງຈາກກຸ່ມອາຊຽນ ເຊິ່ງມີຈຳນວນປະຊາກອນລວມກັນປະມານ 600 ລ້ານຄົນ ແລະ ມີອັດຕາການເຕີບໂຕ

ຂອງຈີດີພີ ໃນທັງ 10 ປະເທດຫຼາຍກ່ວາ 2,300 ຕື້ໂດລາສະຫະລັດ ເຊິ່ງຖືເປັນເຂດເສດຖະກິດທີ່ມີຂະໜາດໃຫຍ່

ອັນດັບທີ 8 ຂອງໂລກ ອັນໄດ້ເຮັດໃຫ້ອາຊຽນ ໂດຍສະເພາະໃນເງື່ອນໄຂຂອງ AEC ທີ່ຈະໄຂຂຶ້ນໃນປີໜ້ານີ້ ໄດ້ດຶງ

ດູດເອົາຄວາມສົນໃຈທາງດ້ານເສດຖະກິດ ແລະ ການລົງທຶນຈາກທົ່ວໂລກ ມາຍັງຂົງເຂດນີ້ຢ່າງມະຫາສານ.

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...