spot_img
Homeຂ່າວຕ່າງປະເທດການາດາໄດ້ຄົ້ນພົບສົບນັກຮຽນ 751 ສົບ ຝັງຢູ່ໃຕ້ດິນພາຍໃນໂຮງຮຽນແຫ່ງໜຶ່ງ

ການາດາໄດ້ຄົ້ນພົບສົບນັກຮຽນ 751 ສົບ ຝັງຢູ່ໃຕ້ດິນພາຍໃນໂຮງຮຽນແຫ່ງໜຶ່ງ

Published on

ກຸ່ມຄົນພື້ນເມືອງກຸ່ມໜຶ່ງໃນລັດ Saskatchewan (ຊັດແຄດເຊວັນ) ເຜີຍວ່າ ຄົ້ນພົບສົບ 751 ສົບໃນບໍລິເວນທີ່ເຄີຍເປັນໂຮງຮຽນປະຈໍາຄາທໍລິກສໍາລັບນັກຮຽນເຊື້ອສາຍພື້ນເມືອງ.

ບອບບີ້ ແຄມຣອນ ຫົວໜ້າສະມາພັນຊົນຊາດທໍາອິດດັ້ງເດີມທີ່ມີອະທິປະໄຕໃນ Saskatchewan ກ່າວວ່າ ສິ່ງທີ່ເກີດຂຶ້ນນີ້ ເປັນອາດສະຍາກໍາຕໍ່ມະນຸດຊາດ ຄາດວ່າອາດຈະພົບຫຼຸມສົບເພີ່ມຕື່ມຫຼັ້ງຈາກນີ້ທີ່ໃຕ້ດິນຂອງໂຮງຮຽນປະຈໍາທົ່ວການາດາ ແລະ ເຊື່ອວ່າຈະມີການຄົ້ນຫາອີກແນ່ນອນ.

ບອບບີ້ ແຄມຣອນ ໄດ້ກ່າວໄວ້ວ່າ “ເຮົາຈະບໍ່ຢຸດຄົ້ນຫາ ຈົນກວ່າເຮົາຈະພົບສົບທັງໝົດ”

ນັກຮຽນທັງ 751 ສົບນີ້, ພົບເຫັນທີ່ໂຮງຮຽນປະຈໍາອິນດຽນແມຣິວອນ ທີ່ເປີດລະຫວ່າງປີ 1899-1997 ຕັ້ງຢູ່ທາງຕາເວັນອອກຂອງເມືອງຣິໄຈນາ, ເມືອງຫຼວງຂອງລັດຊັດແຄັດເຊວັນ.

ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ກ່າວວ່າ ຕົນຮູ້ສຶກເສຍໃຈຫຼາຍຕໍ່ການຄົ້ນພົບສົບຄັ້ງນີ້ ແລະ ກ່າວຕໍ່ກຸ່ມຄົນພື້ນເມືອງວ່າ ຄວາມເຈັບປວດ ແລະ ຄວາມສະເທືອນໃຈທີ່ຄົນພື້ນເມືອງຮູ້ສຶກເປັນສິ່ງທີ່ການາດາມີໜ້າທີ່ຕ້ອງຮັບຜິດຊອບ.

ການຄົ້ນພົບຄັ້ງນີ້, ເກີດຂຶ້ນຫຼັງຈາກສະມາພັນຊົນຊາດດັ້ງເດີມທີ່ມີອະທິປະໄຕໃນລັດຊັດແຄັດເຊວັນ ອອກຄົ້ນຫາຮ່ວມກັບທີມກວດໃຕ້ດິນດ້ວຍສັນຍານເຣດ້າ ຈາກສະຖາບັນໂປລິເທັກຊັສແຄດເມື່ອ 3 ອາທິດທີ່ແລ້ວ.

ການຄົ້ນພົບນີ້, ຍັງເກີດຂຶ້ນຫຼັງຈາກການພົບສົບເດັກນ້ອຍ 215 ສົບ ທີ່ບາງລາຍມີອາຍຸພຽງ 3 ປີ ທີ່ອາດີດໂຮງຮຽນປະຈໍາສໍາລັບນັກຮຽນພື້ນເມືອງທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງການາດາ ທີ່ເມືອງແຄມລູບ ລັດບຣິຕິສໂຄລໍາເບຍ ເມື່ອປາຍເດືອນພຶດສະພາ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...