spot_img
Homeຂ່າວພາຍ​ໃນການຮ່ວມມື ລາວ-ຫວຽດນາມ ຮັດແໜ້ນເຂົ້າອີກ ຫຼ້າສຸດເຊັນ 12 ເອກະສານຮ່ວມມືຕື່ມ

ການຮ່ວມມື ລາວ-ຫວຽດນາມ ຮັດແໜ້ນເຂົ້າອີກ ຫຼ້າສຸດເຊັນ 12 ເອກະສານຮ່ວມມືຕື່ມ

Published on

ໃນຕອນເຊົ້າຂອງວັນທີ 05 ກຸມພາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄັ້ງທີ 40 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສຫວຽດນາມ ປະຈໍາປີ 2018 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ເອກອັກຄະລັດຖະທູດ, ນັກລົງທຶນ ແລະ ແຂກຖືກເຊີນ ຂອງສອງປະເທດເຂົ້າຮ່ວມ.
ໃນໂອກາດດໍາເນີນກອງປະຊຸມ ທ່ານນາຍົກລັດຖະມົນຕີທັງສອງປະເທດ ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດ ຂອງການຈັດຕັ້ງປະຕິບັດບົດບັນທຶກ ຄັ້ງທີ 39 ກໍ່ຄື ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2017 ແລະ ທິດທາງແຜນການຮ່ວມມື ໃນປີ 2018. ເຊິ່ງໃນປີ 2017 ສອງປະເທດ ໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກໍາ ໃນການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ, ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ ຢ່າງເປັນຂະບວນຟົດຟື້ນ. ການພົວພັນຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ກໍ່ໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮັບຜົນສໍາເລັດຕະຫຼອດມາ ອັນໄດ້ເຮັດໃຫ້ສອງປະເທດ ສືບຕໍ່ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ຢ່າງສະໜິດແໜ້ນ, ມີການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ 936,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 13,6 ສ່ວນຮ້ອຍ ລື່ນຄາດໝາຍທີ່ວາງໄວ້ ແລະ ໃນປີ 2018 ທັງສອງຝ່າຍ ຍັງໄດ້ວາງຄາດ ໝາຍສູ້ຊົນ ເພື່ອເຮັດໃຫ້ມູນຄ່າການຄ້າ ຂອງສອງປະເທດ ເພີ່ມຂຶ້ນອີກ 10 ສ່ວນຮ້ອຍ.

ເຊິ່ງຜົນສໍາເລັດ ຂອງການຈັດກອງປະຊຸມ ໃນຄັ້ງນີ້ ເປັນເຫດການໜຶ່ງທີ່ສໍາຄັນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ທັງສອງປະເທດ ຍັງໄດ້ໃຫ້ກຽດເປັນສັກຂີພິຍານ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ, ກົມກອງລວມໝູ່ ທີ່ມີຜົນງານໃນໄລຍະປີ 2017 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ໄດ້ມີການເຊັນບົດບັນທຶກກອງປະຊຸມ ຄັ້ງທີ 40, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2018 ຂອງສອງຄະນະກໍາມະການຮ່ວມມື ລາວ ແລະ ຫວຽດນາມ ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເຊັນເອກະສານການຮ່ວມມືໃນດ້ານຕ່າງໆ ລວມທັງໝົດ 12 ສະບັບ. ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວນ ຟຸກ ກໍ່ໄດ້ຖະແຫຼງຂ່າວຮ່ວມກັນ ເພື່ອແຈ້ງໃຫ້ຊາບ ກ່ຽວກັບຜົນຂອງກອງປະຊຸມໃນຄັ້ງນີ້ ແລະ ການຕົກລົງຮ່ວມມືກັນຂອງສອງປະເທດ ທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດ ພາຍໃນປີ 2018.

ແຫລ່ງຂ່າວ: ກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...