spot_img
Homeຂ່າວພາຍ​ໃນການພົວພັນຮ່ວມມື ລາວ-ເບລາຣຸສ ສືບຕໍ່ເພີ່ມທະວີເຂົ້າສູ່ລວງເລິກ

ການພົວພັນຮ່ວມມື ລາວ-ເບລາຣຸສ ສືບຕໍ່ເພີ່ມທະວີເຂົ້າສູ່ລວງເລິກ

Published on

ການພົວພັນຮ່ວມມື ລາວ-ເບລາຣຸສ ສືບຕໍ່ເພີ່ມທະວີເຂົ້າສູ່ລວງເລິກ

 

ທ່ານ ​ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ Nikolai Snopkov ລັດຖະມົນຕີ​ວ່າການ ກະຊວງ​ເສດຖະກິດ ແຫ່ງ ສາທາລະນະ​ລັດ​ເບ​ລາ​ຣຸ​​ສ ພ້ອມ​ດ້ວຍ​ຄະນະ ໃນ​ຕອນ​ບ່າຍ​ວັນ​ທີ 8 ເມສາ 2013 ຢູ່​ກະຊວງ​ການ​ຕ່າງປະເທດ ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງກ່າວ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ແຕ່​ວັນ​ທີ 7-9 ເມສາ 2013.

ໂອກາດ​ນີ້ ທັງ​ສອງ​ຝ່າຍ​ກໍ​ໄດ້​ສະແດງ​ຄວາມ​ຍິນ​ດີ ທີ່​ເຫັນ​ວ່າການ​ພົວພັນ ແລະ ການ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ສ.ເບ​ລາ​ຣຸ​​ສ ໃນ​ຂອບ​ເຂດ​ສອງ​ຝ່າຍ ກໍ​ຄື​ຫຼາຍ​ຝ່າຍ ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ດີ​ຂຶ້ນ​ເປັນ​ລຳດັບ ພ້ອມ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ສະແດງ​ເຈດ​ຕະ​ນາ​ລົມ​ອັນ​ໜັກ​ແໜ້ນ ທີ່​ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັນ​ໃນ​ອະນາຄົດ ທາງ​ດ້ານ​ການເມືອງ ເສດຖະກິດ-ການ​ຄ້າ ການ​ລົງທຶນ ແລະ ການທ່ອງທ່ຽວ ໂດຍ​ອີງ​ໃສ​ທ່າແຮງ​ຂອງ​ສອງ​ປະເທດ ແລະ ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ສອງ​ຊາດ ລາວ-ເບ​ລາ​ຣຸ​​ສ.

ການ​ສົນທະນາ​ໄດ້​ດຳເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ ສະໜິດສະໜົມ ແລະ ໃນ​ຕອນ​ທ້າຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ໄດ້​ອວຍພອນ​ໃຫ້​ທ່ານ Nikolai Snopkov ພ້ອມ​ດ້ວຍ​ຄະນະ ຈົ່ງ​ເດີນທາງ​ກັບ​ຄືນ​ປະເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ.

ທ່ານ Nikolai Snopkov ໄດ້​ນຳພາ​ຄະນະ ເຊິ່ງ​ປະກອບ​ດ້ວຍ​ຜູ້​ແທນ​ຂັ້ນ​ສູງ​ຂະແໜງການ​ຄ້າ ເສດຖະກິດ ກະສິກຳ ຕ່າງປະເທດ ເດີນທາງ​ຢ້ຽມຢາມ ພົບ​ປະ ແລະ ແລກປ່ຽນ​ທັດສະນະ​ແຫ່ງ​ການ​ເພີ່ມ​ທະວີ​ການ​ພົວພັນ ແລະ ການ​ຮ່ວມ​ມື​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລາວ ເຊິ່ງ​ແມ່ນ​ການ​ສືບຕໍ່​ຜົນສຳເລັດ​ຂອງ​ການ​ຢ້ຽມຢາມ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ການ​ຕ່າງປະເທດ​ເບ​ລາ​ຣຸ​​ສ ທີ່ ​ສປປ ລາວ ໃນ​ປີ 2012 ຜ່ານ​ມາ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...