spot_img
Homeຂ່າວພາຍ​ໃນການປັບໂຕຂອງທຸລະກິດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

ການປັບໂຕຂອງທຸລະກິດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

Published on

ໃນໄລຍະວິກິດຂອງການລະບາດຂອງພະຍາດໂຄວິດ-19 ແບບນີ້ ທຸລະກິດຫຼາຍໆຂະແໜງການກໍໄດ້ມີການປັບໂຕ ເພື່ອໃຫ້ສາມາດດໍາເນີນທຸລະກິດໄດ້ຢ່າງສອດຄ່ອງ. ດັ່ງນັ້ນ, ເຮົາມາເບິ່ງກັນວ່າທຸລະກິດຫຼາຍໆບ່ອນມີການປັບໂຕທຸລະກິດແນວໃດໃນໄລຍະນີ້.

1. ເບິ່ງແຍງພະນັກງານໃຫ້ດີ
ສ້າງຄວາມເຂົ້າໃຈກັບພະນັກງານທຸກຄົນວ່າເຮົາ ແລະ ເຂົາເຈົາໄດ້ຮັບຜົນກະທົບຫຍັງແນ່ຈາກການລະບາດຂອງພະຍາດນີ້ ມີການສື່ສານທີ່ຖືກຕ້ອງ ແລະ ຊັດເຈນ ມີແຜນສຳຮອງທີ່ຈະຊ່ວຍພວກເຂົາແນວໃດ ລວມເຖິງມາດຕະການສະໜັບສະໜູນການເຮັດວຽກຂອງພະນັກງານທີ່ຄໍານຶງເຖິງຄວາມປອດໄພຂອງພວກເຂົາພ້ອມ.

2. ສ້າງລະບົບການຈັດການຄວບຄຸມ
ອອກແບບລະບົບຂັ້ນຕອນການຕັດສິນໃຈ ມຸ່ງເໜັ້ນທີ່ຄວາມເປັນຈິງຫຼາຍກວ່າໃຊ້ອາລົມ ອາດຈະປະກອບດ້ວຍ 3 ລະດັບ: 1. ການຕັດສິນໃຈໃນທັນທີເຊິ່ງຕ້ອງເບິ່ງຕາມສະຖານະການມື້ຕໍ່ມື້, ເປັນການຕັດສິນໃຈທີ່ວ່ອງໄວເພື່ອໃຫ້ທັນກັບສະພາບການທີ່ເກີດຂຶ້ນ, 2. ວາງແຜນໄລຍະກາງໂດຍສະເພາະດ້ານນະໂຍບາຍດ້ານການເງິນແລະການບັນເທົາບັນຫາເທົ່າທີ່ອາດຈະເປັນໄປໄດ້, 3. ວາງແຜນໄລຍະຍາວ ໂດຍເບິ່ງພາບລວມຂອງຜົນກະທົບຕໍ່ຄວາມເປັນໄປໄດ້ໃນທາງເສດຖະກິດ.

3. ປະເມີນຄວາມສ່ຽງ
ເຖິງແມ່ນວ່າທຸລະກິດຈະມີການປະເມີນຄວາມສ່ຽງຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດຢູ່ຕະຫຼອດເວລາ ແຕ່ບໍ່ໄດ້ໝາຍຄວາມວ່າຈະຄາດຄິດໄປເຖິງທຸກເຫດການທີ່ອາດຈະເກີດຂຶ້ນໄດ້ ລວມເຖິງພະຍາດທີ່ກຳລັງລະບາດໃນຕອນນີ້ ເຊິ່ງເຊື່ອວ່າເປັນເຫດການທີ່ໜ້ອຍຄົນຈະຄໍານຶງເຖິງວ່າຈະສົ່ງຜົນຮ້າຍແຮງຂະໜາດນີ້ ເພາະສະນັ້ນເມື່ອເກີດເຫດການຂຶ້ນມາແລ້ວ ຄວນທີ່ຈະປະເມີນຄວາມສ່ຽງໃໝ່ຢ່າງວ່ອງໄວ ແລະ ສ້າງລາຍການກວດສອບເພື່ອໃຫ້ແນ່ໃຈວ່າທຸລະກິດພ້ອມທີ່ຈະເດີນໜ້າຕໍ່ໄປແບບໃດໃນສະພາວະເສດຖະກິດນີ້.

4. ສື່ສານພາຍໃນອົງກອນໃຫ້ຊັດເຈນ
ໃນໄລຍະວິກິດທີ່ເກີດຂຶ້ນໃນຕອນນີ້ ສິ່ງທີ່ຍັງເຮັດໃຫ້ວຽກດຳເນີນຕໍ່ໄປໄດ້ຄືຄວາມໄວ້ວາງໃຈຈາກລູກຄ້າ ໃຊ້ເວລາສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າໄປວ່າທຸລະກິດຂອງເຮົາໄດ້ໃຊ້ມາດຕະການທີ່ເໝາະສົມໃນການຕໍ່ສູ້ກັບການລະບາດຂອງພະຍາດ ລວມເຖິງການທີ່ທຸລະກິດຂອງເຮົາມີສ່ວນຮ່ວມໃນການແກ້ໄຂບັນຫານີ້ເພື່ອຊ່ວຍປະເທດຊາດ ເຊິ່ງສື່ສັງຄົມອອນລາຍອາດເປັນແພລັດຟອມທີ່ດີທີ່ສຸດສຳລັບການສົນທະນາກັບລູກຄ້າໃນເວລານີ້.

5. ປະເມີນຫ່ວງໂສ້ຜູ້ສະໜອງ
ພິຈາລະນາວ່າລູກຄ້າຍັງເປັນລູກຄ້າຂອງເຮົາຢູ່ຫຼືບໍ່ ແລະ ໃນເວລານີ້ ພວກເຂົາຕ້ອງການຫຍັງຈາກທຸລະກິດ ຈາກນັ້ນລົມກັບຜູ້ສະໜອງເຖິງຄວາມຕ້ອງການຂອງເຮົາ ແລະ ສິ່ງທີ່ເຂົາຈະໃຫ້ໄດ້ ເພື່ອສ້າງສັນ ແລະ ຄິດຫາວິທີທີ່ຈະສາມາດຂາຍຜະລິດຕະພັນ ແລະ ບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງລູກໃນເວລານັ້ນ.

6. ໃຊ້ເວລາໃຫ້ມີປະສິດທິພາບທີ່ສຸດ
ໃຊ້ເວລາວ່າງໃຫ້ຫາຍທີ່ສຸດເພື່ອຄິດກ່ຽວກັບການພັດທະນາການບໍລິການ ແຜນງານໃໝ່ທີ່ຍັງບໍ່ເຄີຍມີເວລາຄິດເຖິງມັນ ສ້າງຄວາມໝັ້ນໃຈໃຫ້ກັບພະນັກງານຂອງທ່ານ ແລະ ຊ່ວຍໃຫ້ພວກເຂົາຮູ້ສຶກວ່າການເຮັດວຽກຂອງພວກເຂົາຈະມີປະສິດທິພາບ ມີຄຸນຄ່າໂດຍການໃຫ້ມີສ່ວນຮ່ວມໃນຂະບວນການນີ້ດ້ວຍ.

ແລະ ນອກຈາກນັ້ນ, ຍັງມີເພຈ ລາວເພິ່ງລາວທີ່ສົ່ງເສີມການສ້າງຄວາມອາດສາມາດໃຫ້ກັບທຸລະກິດ MSME ໃນການຮັບມືກັບຜົນກະທົບຈາກ COVID-19. ເພຈນີ້ແມ່ນຢູ່ພາຍໃຕ້ໂຄງການສະໜັບສະໜູນສ້າງຄວາມອາດສາມາດໃຫ້ກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມືກັບຜົນກະທົບຈາກ COVID-19 ຂອງອົງການແຮງງານສາກົນ (ILO) ເຊີ່ງມີຄູ່ຮ່ວມມືຫລັກແມ່ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (LNCCI) ແລະ ສູນບໍລິການ SME (SSC) ພາຍໄດ້ການຊີ້ນໍາຈາກ ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (DOSMEP) ແລະ ໄດ້ຮັບທຶນສົມທົບຈາກ ອົງການສະວິດເພື່ອການພັດທະນາປະຈໍາພາກພື້ນແມ່ນໍ້າຂອງ ຫຼື SDC.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...