spot_img
Homeຂ່າວການພັດທະນາການບິນລາວ ຖືກຮັບຮອງເປັນສະມາຊິກສົມບູນ ສະມາຄົມຂົນສົ່ງທາງອາກາດສາກົນ (IATA)

ການບິນລາວ ຖືກຮັບຮອງເປັນສະມາຊິກສົມບູນ ສະມາຄົມຂົນສົ່ງທາງອາກາດສາກົນ (IATA)

Published on

ນັບວ່າເປັນຄວາມພາກພູມໃຈຍິ່ງຂອ ງຄະນະນໍາ ແລະ ພະນັກງານການບິນລາວ, ພາຍຫລັງວິສາຫະກິດດັ່ງກ່າວ ໄດ້ຮັບໃບຢັ້ງຢືນ ການເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ທີ່ມີຂຶ້ນໃນວັນທີ 10 ສິງຫານີ້ ທີ່ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ສົມພອນ ດວງດາລາ ອໍານວຍການ ລັດວິສາຫະກິດການບິນລາວ ແລະ ທ່ານ ຄອນຣາດ ຄລິບຟອດ ຮອງປະທານ ສະມາຄົມການຂົນສົ່ງທາງອາກາດສາກົນ, ໂດຍມີທ່ານຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ນາງ ວິໄລຄໍາ ໂພສາລາດ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານລັດວິສາຫະກິດການບິນລາວ ເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານອໍານວຍການ ລັດວິສາຫະກິດການບິນລາວ ກ່າວວ່າ: ການເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມດັ່ງກ່າວ, ແມ່ນບາດກ້າວສໍາຄັນ ໃນການຫັນປ່ຽນສູ່ລະບົບສາກົນ ຢ່າງເຕັມຮູບແບບໃນທຸກດ້ານ ເພື່ອຮອງຮັບການບໍລິການ ສາຍການບິນໃຫ້ທັນສະໃໝຂື້ນເທື່ອລະກ້າວ ໂດຍສະເພາະຄວາມປອດໄພການຂົນສົ່ງທາງອາກາດ, ສົ່ງເສີມການຮ່ວມມື ລະຫວ່າງສາຍການບິນສະມາຊິກ, ສົ່ງເສີມມາດຕະການທາງດ້ານການຄ້າ ລວມທັງອໍານວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ແລະ ສີນຄ້າ, ຂະນະດຽວກັນ ຈະເຮັດໃຫ້ການບິນລາວ ຖືກຍົກສູງບົດບາດ, ເປັນທີ່ຮັບຮູ້ ແລະ ເຊື່ອຖືໃນເວທີສາກົນ, ທັງໄດ້ຮັບການສະໜັບສະໜູນ ສົ່ງເສີມໃນການດໍາເນີນທຸລະກິດ, ຄວາມປອດໄພ, ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ, ສະໜອງການຝຶກອົບຮົມ ແລະ ອື່ນໆ, ພິເສດແມ່ນສ້າງເງື່ອນໄຂສະດວກ ໃຫ້ແກ່ການບິນລາວ ເພື່ອຮ່ວມມືກັບສາຍການບິນຕ່າງໆ ທັງໃນພາກພື້ນ ແລະ ສາກົນ ໄດ້ເປັນຢ່າງດີ, ຊຶ່ງມາຮອດປັດຈຸບັນ ສະມາຄົມການຂົນສົ່ງທາງອາກາດສາກົນ ແມ່ນມີສະມາຊິກທັງໝົດ 265 ສາຍການບິນໃນທົ່ວໂລກ.

ທ່ານຮອງປະທານ ສະມາຄົມການຂົນສົ່ງທາງອາກາດສາກົນ ມີຄໍາເຫັນວ່າ: ສະມາຄົມພວກເຮົາສ້າງຕັ້ງຂຶ້ນໃນປີ 1945 ແລະ ດໍາເນີນໜ້າວຽກສໍາຄັນຄື: ວຽກງານດ້ານການເງິນ ແລະ ໃຫ້ບໍລິການຈັດຈໍາໜ່າຍ ລະຫວ່າງສາຍການບິນ ແລະ ຕົວແທນຈໍາໜ່າຍ, ຊຶ່ງມີຍອດມູນຄ່າການຊໍາລະສະສາງ ກ່ຽວກັບປີ້ເຮືອບິນຕ່າງໆທົ່ວໂລກ ຫລາຍກວ່າ 387 ຕື້ໂດລາສະຫະລັດ ແລະ ຝຶກສອນຜູ້ຊ່ຽວ ຊານດ້ານການບິນ ໄດ້ຫລາຍກວ່າ 80 ພັນຄົນ ເພື່ອສະໜອງໃຫ້ ອຸດສະຫະກໍາການບິນທົ່ວໂລກຕໍ່ປີ ແລະ ສາຍການບິນລາວ ໄດ້ຮັບເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມພວກເຮົາໃນຄັ້ງນີ້ ກໍສາມາດຢັ້ງຢືນໄດ້ດ້ວຍຄວາມພາກພູມໃຈວ່າ ການບິນລາວ ແມ່ນສາຍການບິນທີ່ມີມາດຕະຖານ ຄວາມປອດໄພລະດັບສາກົນ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນຊີ້ນໍາວ່າ: ຜົນສໍາເລັດໃນຄັ້ງນີ້, ໄດ້ຊີ້ໃຫ້ເຫັນວ່າ ການບິນລາວ ໄດ້ມີຄວາມບຸກບືນພະຍາຍາມ ໃນການປັບປຸງຍົກລະດັບ ການບໍລິການຂອງຕົນ ໃຫ້ກ້າວໄປສູ່ຄວາມທັນສະໃໝ ແລະ ມີລະບົບຄວາມປອດໄພທີ່ດີ, ເພື່ອຮັບປະກັນການເຮັດໜ້າທີ່ການເມືອງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໄດ້ເປັນຢ່າງດີ. ແຕ່ແນວໃດກໍຕາມ, ໃນສະພາບເສດຖະກິດ ທີ່ມີການແກ່ງແຍ້ງແຂ່ງຂັນທາງລະກິດສູງ, ມັນຍິ່ງຮຽກຮ້ອງໃຫ້ການບິນລາວ ຕ້ອງໄດ້ປັບປຸງ ແລະ ພັດທະນາຕົນເອງ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອຕອບສະໜອງ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ຈະຫັນປະເທດກາຍເປັນຈຸດໃຈກາງ ການບໍລິການຂົນສົ່ງສີນຄ້າ ແລະ ຜູ້ໂດຍສານ ໃນພາກພື້ນໃຫ້ປະກົດຜົນເປັນຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...