spot_img
Homeຂ່າວພາຍ​ໃນການນຳຫາໂຈນຕ່າງຊາດລັກເງິນ ໜ້າທະນາຄານອິນດູຈີນ ຍັງມິດງຽບປານເປົ່າສາກ

ການນຳຫາໂຈນຕ່າງຊາດລັກເງິນ ໜ້າທະນາຄານອິນດູຈີນ ຍັງມິດງຽບປານເປົ່າສາກ

Published on

ທ່ານຜູ້ອ່ານຄົງຍັງຈື່ໄດ້ເນາະ ກັບເຫດການໂຈນຕ່າງຊາດ ກໍ່ເຫດລັກເງິນລູກຄ້າທະນາຄານອິນດູຈີນ ເມື່ອວັນທີ 28 ກັນຍາ 2016 ທີ່ຜ່ານມາ, ພາຍຫຼັງທີ່ເກີດເຫດ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ສຸມທຸກກຳລັງວິຊາຄວາມຮູ້ເຂົ້າໃສ່ ເພື່ອສະກັດຈັບກຸ່ມຄົນດັ່ງກ່າວມາລົງໂທດໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້.

ແຕ່ມາຮອດມື້ນີ້ ວັນທີ 10 ພະຈິກ 2016 ເຈົ້າໜ້າທີ່ທາງການຍັງບໍ່ໄດ້ເປີດເຜີຍຂໍ້ມູນອອກສູ່ສັງຄົມເລີຍວ່າ ຄວາມຄືບໜ້າຂອງການຕິດຕາມຈັບກຸມກຸ່ມຄົນຮ້າຍໄປຮອດໃສແລ້ວ ມີເບາະແສຈັ່ງໃດຫຼືຍັງ ຈຶ່ງຍັງເປັນໝາຍຖາມໂຕໃຫຍ່ໆ ທີ່ຄ້າງຄາໃຈສັງຄົມຢູ່.

ອີງຕາມການໃຫ້ຂ່າວຂອງຜູ້ບໍ່ປະສົງອອກນາມ ທີ່ໃກ້ຊິດກັບຄະດີດັ່ງກ່າວບອກວ່າ ມາຮອດປັດຈຸບັນຍັງບໍ່ມີເບາະແສເລີຍວ່າ ໂຈນພວກດັ່ງກ່າວ ລີ້ຊ່ອນຢູ່ບ່ອນໃດພາຍໃນປະເທດ ຫຼືໜີອອກນອກປະເທດໄປແລ້ວ ຫຼືບໍ່ແຕ່ປະການໃດ.

14469452_10153873285124149_591426354820409

ເຫດການດັ່ງກ່າວນັ້ນຖືກບັນທຶກຈາກກ້ອງວົງຈອນປິດ ສາມາດເຫັນໜ້າຕາຈະແຈ້ງ ລວມທັງຮູບແລະຂໍ້ມູນຕ່າງໆ ທີ່ໄດ້ມາແມ່ນສາມາດລະບຸຊື່, ນາມສະກຸນ, ສັນຊາດ ແລະເວລາເຂົ້າປະເທດລາວໄດ້ຢ່າງຊັດເຈນ ແຕ່ການນຳຫາໂຕຂອງພວກກ່ຽວບໍ່ມີຄວາມຄືບໜ້າເລີຍ ເຊິ່ງສະພາບດັ່ງກ່າວນີ້ສະແດງໃຫ້ເຫັນ 2 ປະການຄື:

  1. ກຸ່ມຄົນຮ້າຍດັ່ງກ່າວນັ້ນ ເປັນມືອາຊີບ ມີການວາງແຜນ ຫຼືອ່ານອອກເຖິງຂີດຄວາມສາມາດ ຂອງການປະຕິບັດງານຂອງເຈົ້າໜ້າທີ່ບ້ານເຮົາເປັນຢ່າງດີ.
  2. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຄົງຈະຕ້ອງໄດ້ທົບທວນເຖິງຄວາມອາດສາມາດທາງດ້ານການຮັກສາຄວາມສະຫງົບສຸກ ກໍຄືການນຳຈັບຄົນຮ້າຍທີ່ກໍ່ເຫດຕ່າງໆ ເພື່ອສ້າງຄວາມເຊື່ອໝັ້ນແກ່ປະຊາຊົນ.

ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ອ້າຍນ້ອງເຈົ້າໜ້າທີ່ ແລະຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິຮັກສາຊັບສິນແລະຊີວິດຂອງຕົນເອງໃຫ້ດີ ພ້ອມທັງເປັນຫູເປັນຕາສອດສ່ອງດູແລຊ່ວຍເຈົ້າໜ້າທີ່ດ້ວຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...