spot_img
Homeຂ່າວພາຍ​ໃນການນຳຂັ້ນສູງຂອງລາວ ຕ້ອນຮັບຄະນະຜູ້ແທນນະຄອນໂຮ່ຈີມິນ

ການນຳຂັ້ນສູງຂອງລາວ ຕ້ອນຮັບຄະນະຜູ້ແທນນະຄອນໂຮ່ຈີມິນ

Published on

ໃນວັນທີ 26 ພຶດສະພາ 2022 ຢູ່ນະຄອນຫລວງວຽງຈັນ, ບັນດາການນໍາຂັ້ນສູງຂອງ ສປປ ລາວ ປະກອບມີ: ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະ ພາແຫ່ງຊາດ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະ ຄອນໂຮ່ຈີມິນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳນະຄອນຫລວງວຽງຈັນ ແຕ່ວັນທີ 25-27 ພຶດສະພາ 2022.

ໃນໂອກາດດັ່ງກ່າວ ການນໍາຂັ້ນສູງລາວ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ ຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນຄັ້ງນີ້ ໃນທ່າມກາງທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ກຳລັງກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ເຊິ່ງການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໃນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນການສະເຫລີມສະຫລອງສອງວັນປະຫວັດສາດດັ່ງກ່າວ ທີ່ການນຳຂັ້ນສູງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ຈະໄດ້ທົບທວນຄືນຕີລາຄາຜົນສຳເລັດການຮ່ວມມືສອງຝ່າຍໃນຜ່ານມາ ແລະ ສືບຕໍ່ປຶກສາຫາລືການພົວພັນຮ່ວມມືໃນປີຕໍ່ໆໄປ.

ທ່ານ ຫງວຽນ ວັນເນນ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບອົກຂອບໃຈ ມາຍັງການນໍາຂັ້ນສອງຂອງລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນສຳເລັດ ຂອງການພົບປະກັບການນຳຂັ້ນສູງ ນະຄອນຫລວງວຽງຈັນ ທີ່ມີຫລາຍແຜນວຽກ ແລະ ຫລາຍກິດຈະກຳ ທີ່ສອງຝ່າຍໄດ້ຕົກລົງສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະການຮ່ວມມື ລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫລວງວຽງຈັນ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ.

ພ້ອມກັນນີ້ ການນຳຂັ້ນສູງ ຍັງໄດ້ຊຸກຍູ້ໃຫ້ການນຳສອງນະຄອນ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສະພາບທີ່ສອງປະເທດ ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການລະບາດຂອງພະຍາດໂຄວິດ-19 ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວໄປຍັງການນຳຂັ້ນສູງຫວຽດນາມ ກໍຄື ຄູ່ຮ່ວມຕຳແໜ່ງ ແລະ ອວຍພອນໃຫ້ຄະນະຜູ້ແທນນະຄອນໂຮ່ຈີມິນ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.
ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...