spot_img
Homeຂ່າວຕ່າງປະເທດການທົດລອງໃຊ້ "ຢາເຣມເດຊີເວຍ" ກັບຜູ້ປ່ວຍຕິດເຊື້ອໂຄວິດ-19ໃນຈີນລົ້ມເຫຼວ

ການທົດລອງໃຊ້ “ຢາເຣມເດຊີເວຍ” ກັບຜູ້ປ່ວຍຕິດເຊື້ອໂຄວິດ-19ໃນຈີນລົ້ມເຫຼວ

Published on

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ຢາເຣມເດຊີເວຍ (remdesivir) ຂອງບໍລິສັດ ກີລຽດ ໄຊແອນເຊສ (Gilead Sciences) ເປັນໜຶ່ງໃນຢາທີ່ເຊື່ອວ່າສາມາດຮັກສາຜູ້ປ່ວຍຕິດເຊື້ອໂຄວິດ-19 ໄດ້ປະສົບຄວາມລົ້ມເຫຼວໃນການທົດລອງໃຊ້ກັບຜູ້ປ່ວຍອາການໜັກໃນປະເທດຈີນ ແຕ່ຜູ້ຜະລິດຢາດັ່ງກ່າວນີ້ ກ່າວວ່າ ຜົນການທົດລອງຄັ້ງນີ້ຍັງບໍ່ແມ່ນຂໍ້ສະຫຼຸບເທື່ອ ເນື່ອງຈາກການທົດລອງຖືກຍົກເລີກກ່ອນກຳນົດ.

ການທົດສອບຢາ ເຣມເດຊີເວຍ ໄດ້ຮັບຄວາມສົນໃຈຫຼາຍ ເນື່ອງຈາກວ່າໃນປັດຈຸບັນຍັງບໍ່ມີຢາ ຫຼື ວັກຊີນທີ່ໃຊ້ຮັກສາໂຄວິດ-19 ຢ່າງເປັນທາງການ ແຕ່ການທົດສອບຢາຕົວນີ້ໃນຈີນ ເປັນການໃຫ້ຢາທົດລອງທາງເລືອດດຳ ບໍ່ສາມາດເຮັດໃຫ້ຜູ້ປ່ວຍຫຼາຍກໍລະນີມີອາການດີຂຶ້ນ ຫຼື ຫຼຸດຈຳນວນໄວຣັດໃນກະແສເລືອດຂອງພວກເຂົາໄດ້ ເຖິງແນວໃດກໍ່ຕາມ ຕອນນີ້ລາຍລະອຽດຂອງການທົດລອງຍັງບໍ່ມີ ແລະ ຊີ້ໃຫ້ເຫັນຂໍ້ຈຳກັດຕ່າງໆເທື່ອ.

ໃນຂະນະດຽວກັນ ມີແພດຫຼາຍຄົນເຊື່ອວ່າ ຢາຕ້ານໄວຣັດຢ່າງ ເຣມເດຊີເວຍ ໜ້າຈະມີປະສິດທິພາບທີ່ສຸດເມື່ອໃຊ້ກັບຜູ້ປ່ວຍຕິດເຊື້ອໃນຂັ້ນເລີ່ມຕົ້ນ ເນື່ອງຈາກມັນຖືກອອກແບບມາເພື່ອຢັບຢັ້ງໄວຣັດບໍ່ໃຫ້ຮຽນແບບຕົວເອງຂຶ້ນມາໃນກະແສເລືອດຂອງຜູ້ປ່ວຍ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.thairath.co.th

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...