spot_img
Homeຂ່າວຕ່າງປະເທດການທົດລອງຂອງນັກວິໄຈໃນມະຫາວິທະຍາໄລ Oxford ສາມາດທົດລອງວັກຊີນສໍາລັບໄຂ້ມາເລເລຍໄດ້ສໍາເລັດ

ການທົດລອງຂອງນັກວິໄຈໃນມະຫາວິທະຍາໄລ Oxford ສາມາດທົດລອງວັກຊີນສໍາລັບໄຂ້ມາເລເລຍໄດ້ສໍາເລັດ

Published on

ທີມນັກວິໄຈຈາກມະຫາວິທະຍາໄລ Oxford ຂອງປະເທດອັງກິດ ປະກາດຜົນສໍາເລັດໃນການທົດລອງວັກຊີນປ້ອງກັນໄຂ້ມາເລເລຍໃນຂັ້ນຕົ້ນ, ເຊິ່ງເປັນຄັ້ງທໍາອິດທີ່ວັກຊີນໃຊ້ໄດ້ຜົນໂດຍມີປະສິດທິພາບສູງສຸດເຖິງ 77% ໂດຍຜ່ານເກນຂອງອົງການອະນາໄມໂລກ (WHO) ທີ່ລະບຸໄວ້ທີ່ 75%.

ກ່ອນໜ້ານີ້ເຄີຍມີຄະນະວິໄຈຫຼາຍທີມທີ່ພະຍາຍາມຄິດຄົ້ນພັດທະນາວັກຊີນປ້ອງກັນໄຂ້ມາເລເລຍມາແລ້ວ ແຕ່ປະສິດທິພາບຂອງວັກຊີນແມ່ນຕໍ່າກວ່າ 55% ເຮັດໃຫ້ການທົດລອງໃນຄັ້ງນັ້ນຖືເປັນຂີດໝາຍອັນດີຕໍ່ກັບການພັດທະນາວັກຊີນທີ່ຈະມາຊ່ວຍຢຸດການລະບາດຂອງໄຂ້ມາເລເລຍທີ່ເຮັດໃຫ້ຄົນເສຍຊີວິດໃນທົ່ວໂລກຫຼາຍກວ່າ 4 ແສນຄົນຕໍ່ປີ ເຊິ່ງໃນຈໍານວນນີ້ສ່ວນໃຫຍ່ເປັນເດັກນ້ອຍໃນທະວີບອາຟຣິກາ.

ຄວາມສໍາເລັດໃນການພັດທະນາວັກຊິນດັ່ງກ່າວເຮັດໃຫ້ທີມຜູ້ວິໄຈກຽມທົດລອງວັກຊີນໃນໄລຍະທີ 3 ເຊິ່ງເປັນການທົດລອງຂັ້ນຕອນຕໍ່ໄປ ໂດຍຈະທົດລອງໃຫ້ວັກຊີນກັບປະຊາກອນທີ່ເປັນເດັກນ້ອຍໃນທະວີບອາຟຣິກາ ໂດຍມີອາຍຸຕັ້ງແຕ່ 5 ເດືອນ ຈົນໄປເຖິງ 3 ປີ.

ຫາກວັກຊີນປ້ອງກັນໄຂ້ມາເລເລຍຂອງ Oxford ຜ່ານການທົດລອງທຸກຂັ້ນຕອນໂດຍສົມບູນແລ້ວ ສະຖາບັນເຊຣັມແຫ່ງອິນເດຍ (SII) ເຊິ່ງເປັນຜູ້ຜະລິດວັກຊີນລາຍໃຫຍ່ແຫ່ງໜຶ່ງຂອງໂລກກໍພ້ອມທີ່ຈະຜະລິດວັກຊີນນີ້ໄດ້ທັນທີຈໍານວນ 200 ລ້ານໂດສ ໂດຍມີບໍລິສັດເທັກໂນໂລຊີຊີວະພາບໂນວາແວັກ (Novavax) ເປັນຜູ້ເສີມປະສິດທິພາບໃຫ້ກັບວັກຊີນດັ່ງກ່າວ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...