spot_img
Homeຂ່າວພາຍ​ໃນການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ

ການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ

Published on

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ມີດັ່ງລຸ່ມນີ້:

  1. ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ.
  2. ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
  3. ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.
  4. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ຍ້າຍໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
  5. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍ້າຍໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
  6. ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ຍ້າຍໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
  7. ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ຍ້າຍໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...