spot_img
Homeຂ່າວພາຍ​ໃນການຊ່ວຍເຫຼືອການຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ

ການຊ່ວຍເຫຼືອການຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ

Published on

ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນ​ທາງ​ໄປຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ ຢູ່ທີ່ໂຮງໝໍ Severance ຊຶ່ງເປັນໂຮງໝໍທີ່ມີຊື່ສຽງງຂອງ ສ ເກົາຫຼີ ໄດ້ຮັບການຊ່ວຍເຫຼືອຈາກ ທ່ານ ເຈວອນ ລີ ຜູ້ອໍານວຍການບໍລິສັດ ເດິກຣີນ (The Green) ທີ່ດໍາເນີນທຸລະກິດກ່ຽວກັບສັດປີກຢູ່ໃນ ສປປ ລາວ ໄດ້ຊ່ວຍເຫຼືອ ແລະ ໄດ້ປະສົບຜົນສໍາເລັດການຜ່າຕັດຫົວໃຈ ແລະ ເດັກນ້ອຍທີ່ເຂົ້າຜ່າຕັດນັ້ນໄດ້ອອກໂຮງໝໍໃນວັນທີ 14 ເມສາ 2023.

ທ້າວ ພົນພິບູນ ສູນທະລີ ອາຍຸ 2 ປີ ເກີດຢູ່ແຂວງຫຼວງພະບາງ ໄດ້ຮັບການວິນິດໄສວ່າ ເປັນໂຣກຫົວໃຈມາແຕ່ກໍາເນີດ ແລະ ຈໍາເປັນຕ້ອງໄດ້ຮັບການຜ່າຕັດຢ່າງຮີບດ່ວນ ແຕ່ເນື່ອງຈາກຫຼາຍໂຮງໝໍຢູ່ ສປປ ລາວ ຍັງບໍ່ມີເຄື່ອງມີທີ່ພ້ອມກັບການຜ່າຕັດດັ່ງກ່າວ  ເນື່ອງຈາກອາການຂ້ອນຂ້າງຮຸນແຮງ ແລະ ໝໍໄດ້ວິນິດໄສວ່າຈໍາເປັນຕ້ອງຜ່າຕັດຢ່າງຮີບດ່ວນ, ທ່ານ ເຈວອນ ລີ ຈຶ່ງໄດ້ຕິດຕໍ່ກັບທາງໂຮງໝໍ Severance ຂອງ ສ ເກົາຫຼີ ເພື່ອຊອກຫາຫົນທາງໃນການຊ່ວຍເຫຼືອ ແລະ ຜ່ານພົ້ນວິກິດໄປໄດ້.

ທີມ​ແພດຜ່າຕັດຂອງ ສ ເກົາຫຼີ ໄດ້ວິນິດໄສໃນເບື້ອງຕົ້ນວ່າ ເປັນການຜ່າຕັດທີ່ມີຄວາມສ່ຽງສູງ ເພາະອາຍຸຂອງ​ເດັກຍັງນ້ອຍ ແຕ່ກໍຕັດສິນໃຈດໍາເນີນການຜ່າຕັດຕາມຄວາມຕ້ອງການຂອງຜູ້ປົກຄອງ ແລະ ຜູ້ຊ່ວຍເຫຼືອ, ນອກຈາກນີ້ ທາງໂຮງໝໍ Severance ຍັງຊ່ວຍເຫຼືອຄ່າຜ່າຕັດ ແລະ ຄ່າໃຊ້ຈ່າຍທັງໝົດຢູ່ໃນໂຮງໝໍ ແລະ ທາງບໍລິສັດ The Green ໄດ້ເປັນຜູ້ຊ່ວຍເຫຼືອຄ່າໃຊ້ຈ່າຍທັງໝົດຂອງ ທ້າວ ພົນພິບູນ ແລະ ຜູ້ປົກຄອງ.

ທ້າວ ແສງອາລຸນ ສູນທະລີ ອາຍຸ 35 ປີ ຜູ້ປົກຄອງຂອງເດັກໄດ້ກ່າວຂອບໃຈຕໍ່ທາງໂຮງໝໍ Severance ຂອງ ສ ເກົາຫຼີ ແລະ ທາງບໍລິສັດ The Green ທີ່ໃຫ້ການຊ່ວຍເຫຼືອ.

ສາເຫດທີ່ຜູ້ອໍານວຍການບໍລິສັດ ເດິກຣີນໄດ້ເຂົ້າຊ່ວຍເຫຼືອຍ້ອນວ່າ ລາວກໍມີ​ພະ​ຍາດຫົວໃຈເຊັ່ນດຽວກັນກັບ​ເດັກ​ນ້ອຍ​ຄົນ​ນີ້ ພ້ອມຍັງໄດ້ຮັບການຜ່າຕັດ ແລະ ຊ່ວຍເຫຼືອຈາກສັງຄົມໃນຕອນນັ້ນເຊັ່ນດຽວກັນ, ດັ່ງນັ້ນ ຈຶ່ງຢາກຈະຊ່ວຍເຫຼືອເດັກນ້ອຍລາວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...

ສສ ຫວຽດນາມ ຕັ້ງເປົ້າໃຫ້ພາສາອັງກິດ ເປັນພາສາທີສອງ ໃນປີ 2035

ຫວຽດນາມປັບແຜນການຮຽນຄັ້ງສຳຄັນໃນປະເທດ ໂດຍຕັ້ງເປົ້າໃຫ້ພາສາອັງກິດເປັນພາສາທີສອງ ພາຍໃນປີ 2035 ເຊິ່ງຈະຄ່ອຍໆເລີ່ມໃນແຕ່ລະໂຮງຮຽນທົ່ວປະເທດ. ສຳລັບໂຄງການນີ້ ແມ່ນເລີ່ມແຕ່ປີ 2025 ໄປຈົນເຖິງປີ 2035 ແລະ ມີແຜນຈະຂະຫຍາຍໄປຕື່ມຈົນຮອດປີ 2045 ໂດຍກຳລັງຄັດເລືອກວິທະຍາໄລ ແລະ...

ເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ...

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...