spot_img
Homeຂ່າວທ້ອງຖິ່ນການຈູດຂີ້ເຫຍື້ອຊະຊາຍ ແລະ ບໍ່ຈຳແນກປະເພດຂີ້ເຫຍື້ອຈະແກ້ໄຂແນວໃດ?

ການຈູດຂີ້ເຫຍື້ອຊະຊາຍ ແລະ ບໍ່ຈຳແນກປະເພດຂີ້ເຫຍື້ອຈະແກ້ໄຂແນວໃດ?

Published on

ສີເທົາໆກຸ້ມຕາມເສັ້ນທາງ, ຮ່ອມບ້ານ, ຫຼັງຄາເຮືອນໃນຍາມເຊົ້າ-ແລງ ນັ້ນແມ່ນຂີ້ໃຫງ່ບໍ່ ຫຼື ນໍ້າໝອກ ຫຼື ຄວັນໄຟ? ແຕ່ເຂົ້າໄປໃກ້ໆ ດັງພັດໄດ້ຮັບກິ່ນແປກໆ ຂີວຢາງ, ທັງແສບຕາ ຫາຍໃຈອືດອັດ ພ້ອມກັບໄດ້ຍິນສຽງຈົ່ມຂອງຄົນຂ້າງບ້ານວ່າ: “ແມ່ນໃຜຈູດຂີ້ເຫຍື້ອຄືບໍ່ຄິດແດ່ວ່າຂີ້ເຫຍື້ອທີ່ຈູດມັນມີຜົນກະທົບໜ້ອຍຫຼາຍຊໍ່າໃດ ຖ້າຢາກຈູດແທ້ຄືບໍ່ແຍກປະເພດແລ້ວຈຶ່ງຈູດ ອັນນີ້ຈັກແມ່ນແນວໃດກໍ່ມາຈູດປົນກັນ ເຮັດໃຫ້ຄົນອື່ນເດືອດຮ້ອນ”. ເມື່ອທຽບຄວາມເປັນຈິງໃນສັງຄົມລາວທີ່ເປັນຢູ່ໃນປັດຈຸບັນ ສ່ວນໃຫຍ່ກໍມີແບບນັ້ນແທ້. ແລ້ວຄິດນຳກັນເບິ່ງວ່າຈະແກ້ໄຂໄດ້ແນວໃດ?  ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ ກັບສິ່ງແວດລ້ອມອ້ອມຂ້າງ ທັງບໍ່ໃຫ້ມີປະກົດການເກີດອັກຄີໄພມາຈາກການຈູດຂີ້ເຫຍື້ອໃກ້ກັບໄຟຟ້າ ແລະ ບໍ່ໃຫ້ຊາວບ້ານ ຫຼື ຄົນບ້ານໃກ້ເຮືອນຄຽງເກີດມີຄວາມບໍ່ພໍໃຈກັນ.

ຈາກການວິໄຈຂອງນັກວິທະຍາສາດສະຫຼຸບວ່າ: “ການຈູດຂີ້ເຫຍື້ອໄດ້ສົ່ງຜົນກະທົບຢ່າງໜັກຕໍ່ມວນມະນຸດໂລກ ແລະ ສິ່ງແວດລ້ອມອ້ອມຂ້າງ ໂດຍສະເພາະຄົນທີ່ອາໄສຢູ່ໃກ້ບ່ອນຈູດຂີ້ເຫຍື້ອ ແລະ ພື້ນທີ່ໃກ້ຄຽງ ເຮັດໃຫ້ຄົນເຮົາມີຄວາມສ່ຽງເປັນໂລກຫົວໃຈ, ໂລກຫອບຫືດ, ພູມແພ້ ແລະ ທຳລາຍລະບົບປະສາດ ເປັນເຫດເຮັດໃຫ້ເກີດພະຍາດມະເຮັງໃນຄົນ ແລະ ສັດ”. ສຳລັບການຈູດຂີ້ເຫຍື້ອທີ່ອັນຕະລາຍທີ່ສຸດຄື: “ການຈູດປຣາສຕິກ ຈຳພວກພີວີຊີ ໃນຂະນະທີ່ມີການເຜົາໄໝຈະເກີດມີສານໄດອອກຊິນ ເປັນສານເຄມີທີ່ອັນຕະລາຍທີ່ສຸດ ແລະ ສາມາດທຳລາຍຮ່າງກາຍຂອງຄົນເຮົາ ທັງຍັງສະສົມໄຂມັນໃນຮ່າງກາຍ ແລະ ສາມາດສົ່ງຕໍ່ຈາກແມ່ສູ່ລູກຜ່ານທາງສາຍເລືອດ. ນອກຈາກນັ້ນ, ຍັງສະສົມຢູ່ໃນຜົນຜະລິດທາງກະສິກຳ ແລະ ແຫຼ່ງນໍ້າ ເຊິ່ງສຸດທ້າຍແລ້ວກໍກັບເຂົ້າສູ່ຮ່າງກາຍຂອງຄົນເຮົາ”.

ຈາກຂໍ້ມູນກ່າວມາຂ້າງເທິງ ທຽບໃສ່ສັງຄົມປັດຈຸບັນ, ປະເທດລາວເຮົາຍັງມີຫຼາຍຂົງເຂດ ຈູດຂີ້ເຫຍື້ອຊະຊາຍຕາມສະຖານທີ່ຕ່າງໆ ແລະ ບໍ່ມີການຈຳແນກຂີ້ເຫຍື້ອໃນການຈູດ ເປັນຍ້ອນຄວາມມັກງ່າຍຄວາມລື້ງເຄີຍບໍ່? ຫຼື ຍັງບໍ່ຄຳນຶງເຖິງຜົນກະທົບທີ່ຕາມມາ ທັງໆທີ່ທາງພາກສ່ວນທີ່ກ່ຽວຂ້ອງໄດ້ມີການໂຄສະນາເຜີຍແຜ່ທຸກຊ່ອງທາງ ໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານເຖິງຄວາມອັນຕະລາຍໃນການຈູດຂີ້ເຫຍື້ອຢູ່ຕາມບ້ານ ຫຼື ສະຖານທີ່ໆບໍ່ຄວນຈູດ ແລະ ປະເພດຂີ້ເຫຍື້ອທີ່ບໍ່ຄວນຈູດ.

ສະນັ້ນ, ຈະເປັນການດີບໍ່ ທີ່ທຸກຄົນ-ທຸກພາກສ່ວນຄວນເພີ່ມຄວາມເອົາໃຈໃສ່ໃນການກຳຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມວິທີການ ໂດຍສະເພາະປູກຈິດສຳນຶກໃຫ້ເດັກນ້ອຍໄດ້ຮູ້ວິທີການຈຳແນກ-ຈັດຂີ້ເຫຍື້ອຢູ່ໃນຄອບຄົວ, ບ້ານ, ໂຮງຮຽນ ແລະ ອື່ນໆ ໄວ້ແຕ່ນ້ອຍໆ  ແລ້ວລົງມືເຮັດໃຫ້ເດັກນ້ອຍເຫັນໄປພ້ອມກັນ ເພື່ອເຮັດໃຫ້ປະເທດເຮົາມີສະພາບແວດລ້ອມທີ່ປາສະຈາກມົນລະພິດ.

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ຮູບພາບຈາກ: wasteauthority.to

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...