spot_img
Homeຂ່າວທ້ອງຖິ່ນການຄ້ານະຄອນຫຼວງ ທຳລາຍປາມຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ

ການຄ້ານະຄອນຫຼວງ ທຳລາຍປາມຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ

Published on

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທຳລາຍປາມືກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນຖິ້ມໃນວັນທີ 2 ຕຸລາ 2020 ທີ່ຜ່ານມາຢູ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ, ເມືອງໄຊທານີ ເຊິ່ງໄດ້ກວດຢຶດຈາກແມ່ຄ້າຄົນໜຶ່ງ (ບໍ່ປະສົງອອກນາມ) ຢູ່ ສະຖານທີ່ປຸງແຕ່ງປາມຶກແຊ່ໂຊດາໄຟ ຢູ່ບ້ານນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລວມນໍ້າໜັກ  560 ກິໂລ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຕາມການສອບຖາມແມ່ຄ້າດັ່ງກ່າວໄດ້ສາລະພາບວ່າ: ໄດ້ຊື້ປາມຶກດັ່ງກ່າວມາຈາກປະເທດເພື່ອນບ້ານ ໂດຍຂົນສົ່ງໃສ່ລົດເມ ມາລົງຄີວລົດ 13 ໃຕ້ ເພື່ອມາປຸງແຕ່ງເປັນປາມຶກແຊ່ໂຊດາໄຟ ເພື່ອນຳສົ່ງຂາຍໃຫ້ລູກຄ້າຢູ່ບັນດາຕະຫຼາດຕ່າງໆ.

ໃນການກວດຢຶດໃນຄັ້ງນີ້ ຍ້ອນວ່າ ປາມຶກດັ່ງກ່າວບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາເຊັ່ນ: ໃບແຈ້ງເສຍພາສີ ແລະ ໃບຢັ້ງຢືນສຸຂະນາໄມສັດ ນອກນັ້ນ ສະຖານທີ່ປຸງແຕ່ງປາມຶກແຊ່ໂຊດາໄຟ ແມ່ນບໍ່ມີອະນຸ ຍາດຈາກພາກສ່ວນທີ່ກ່ຽວ.

ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງໄດ້ເຮັດບົດບັນທຶກກັບແມ່ຄ້າຫ້າມເຮັດອີກ, ຢຶດເອົາປາມຶກແຊ່ໂຊດາ ແລະ ໄປທໍາລາຍຖີ້ມ ນອກນັ້ນສະເພາະສະຖານທີ່ປຸງແຕ່ງແມ່ນໃຫ້ຢຸດເຊົາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...