spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງທາງລົດໄຟຂ້າມຊາຍແດນເຊື່ອມຕໍ່ລະຫວ່າງລາວ-ຈີນ ສຳເລັດແລ້ວ 80%

ການກໍ່ສ້າງທາງລົດໄຟຂ້າມຊາຍແດນເຊື່ອມຕໍ່ລະຫວ່າງລາວ-ຈີນ ສຳເລັດແລ້ວ 80%

Published on

ການກໍ່ສ້າງທາງລົດໄຟຂ້າມຊາຍແດນເຊື່ອມຕໍ່ລະຫວ່າງລາວ-ຈີນ ສຳເລັດແລ້ວ 80% ສ່ວນທີ່ເຫຼືອສຸດທ້າຍຂອງການກໍ່ສ້າງກຳນົດໃຫ້ສຳເລັດໃນເດືອນພຶດສະພານີ້.

ໜັງສືພິມວຽງຈັນທາມ ລາຍງານໃນວັນທີ 18 ເມສານີ້ວ່າ ທ່ານ ຫູປິນ ຫົວໜ້າບໍລິຫານ ແລະ ວິສະວະກອນອາວຸໂສ ບໍລິສັດທາງລົດໄຟແຫ່ງຊາດຈີນເຂດ 2 ໄດ້ເປີດເຜີຍວ່າ ການກໍ່ສ້າງທາງລົດໄຟ ໃນໂຄງການລົດໄຟລາວ-ຈີນ (Laos-China Railway) ຕອນນີ້ວາງລາງສຳເລັດຮຽບຮ້ອຍໃນເສັ້ນທາງລະຫວ່າງນະຄອນຫຼວງວຽງຈັນ ກັບ ນະຄອນຫຼວງພະບາງ ແລະ ແຂວງອຸດົມໄຊ ແລະ ກຳລັງກໍ່ສ້າງຕໍ່ຈາກແຂວງອຸດົມໄຊ ໄປສະຖານີບໍ່ເຕັນ ໃນແຂວງຫຼວງນ້ຳທາ ຄາດວ່າຈະໃຫ້ສຳເລັດໃນເດືອນພຶດສະພານີ້.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ເລີ່ມຕົ້ນໃນເດືອນທັນວາ 2016 ກຳນົດໃຫ້ສຳເລັດ ແລະ ເລີ່ມດຳເນີນການບໍລິການລົດໄຟຢ່າງເປັນທາງການໃນເດືອນທັນວາ 2021.

ທ່ານ ຫູ ກ່າວວ່າໂຄງການນີ້ບໍ່ໄດ້ເນັ້ນພຽງແຕ່ການກໍ່ສ້າງທາງລົດໄຟ ແຕ່ຍັງໄດ້ຈ້າງຄົນງານລາວຈຳນວນຫຼາຍ ໂດຍ 60% ຂອງແຮງງານທັ່ງໝົດທີ່ໃຊ້ໃນໂຄງການນີ້ເປັນຄົນລາວໃນທ້ອງຖິ່ນ.

ເສັ້ນທາງລົດໄຟຂ້າມຊາຍແດນລາວ-ຈີນມີໄລຍະທາງ 414.3 ກິໂລແມັດ ລວມທັງສ່ວນທີ່ຜ່ານອຸໂມງໃຕ້ພູ 75 ໜ່ວຍ ລວມຄວາມຍາວທັງໝົດ 198 ກິໂລແມັດ ໂດຍລົດໄຟໂດຍສານແລ່ນຕາມເສັ້ນທາງ ດ້ວຍຄວາມໄວສະເລ່ຍ 160 ກິໂລແມັດຕໍ່ຊົ່ວໂມງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...