spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ ຄືບໜ້າຫລາຍກວ່າ 90%

ການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ ຄືບໜ້າຫລາຍກວ່າ 90%

Published on

ອີງຕາມການລາຍງານຈາກເພສຂ່າວ ຂປລ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ ສ້າງຟື້ນຟູດອນຊາຍມຸງຄຸນ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ນະຄອນ-ຫລວງພະບາງ ແລະ ເມືອງຈອມເພັດ ລົງກວດກາຄວາມໜ້າ ການກໍ່ສ້າງດອນຊາຍມຸງຄຸນ. ພາຍ ຫລັງ ໄດ້ລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2021 ໂດຍແມ່ນ ບໍລິສັດ ຊໍການຊ່າງ (ປະ ເທດໄທ) ເປັນຜູ້ຮັບຜິດຊອບກໍ່ສ້າງ ໃນເນື້ອທີ່ 1 ເຮັກຕາເຄິ່ງ, ມາຮອດປັດຈຸບັດ ການກໍ່ສ້າງສໍາເລັດແລ້ວຫລາຍກວ່າ 90%.

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ, ຄະນະຮັບຜິດຊອບໂຄງການກໍ່ສ້າງຟື້ນຟູດອນຊາຍມຸງຄຸງ ນະຄອນ ຫລວງພະບາງ ໄດ້ໃຫ້ສຳພາດວ່າ: ໂຄງການກໍ່ສ້າງຟື້ນຟູດອນຊາຍມຸງຄຸນ ໄດ້ຜ່ານການຄົ້ນຄວ້າຈາກອົງການປົກຄອງແຂວງ ພາຍຫລັງທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູລີ. ດອນຊາຍມຸງຄຸນ ທີ່ໄດ້ຮັບການກໍ່ສ້າງຄືນໃໝ່ ມີຄວາມຍາວກວ່າ 330 ແມັດ, ກວ້າງເກືອບ 50 ແມັດ, ມີຂັ້ນໄດຂຶ້ນ 6 ຈຸດ, ໃນນັ້ນ ເບື້ອງນະຄອນ ຫລວງພະບາງ 3 ຈຸດ, ແຕ່ລະຈຸດກວ້າງ 8 ແມັດ ແລະ ເບື້ອງເມືອງຈອມເພັດ 3 ຈຸດ ແຕ່ລະຈຸດກວ້າງ 5 ແມັດ, ກ່ອນການກໍ່ສ້າງ ໄດ້ມີການອອກແບບໃຫ້ມີຄວາມເນີນ, ຄວາມສູງ ເພື່ອບໍ່ໃຫ້ນໍ້າຖ້ວມ ແລະ ທົນທານຕໍ່ແຮງກະທົບຂອງນໍ້າ. ສຳລັບໜ້າວຽກປັດຈຸບັນ, ກຳລັງປັບຄວາມລະອຽດຂອງດອນ ແລະ ຄາດວ່າຈະມີການມອບ-ຮັບໃນກາງເດືອນມີນານີ້ ໂດຍລວມແມ່ນສຳເລັດກ່ອນແຜນການທີ່ຕັ້ງໄວ້ຄື ວັນທີ 7 ເມສາ 2022.

ໂອກາດລົງກວດກາຄັ້ງນີ້, ທ່ານ ສຸກັນ ບຸນຍົງ ກໍໄດ້ສະແດງຄວາມຊົມເຊີຍວິຊາການຮັບຜິດຊອບ ທີ່ເຮັດສຳເລັດວຽກງານຕາມໜ້າວຽກທີ່ກຳນົດ ແລະ ສຳເລັດກ່ອນແຜນ ການ, ທັງໄດ້ເນັ້ນໃຫ້ອົງການປົກຄອງນະຄອນ ຫລວງພະບາງ ແລະ ເມືອງຈອມເພັດ ວາງແຜນການປັບປຸງທິວທັດຕາມແຄມແມ່ນ້ຳຂອງ ໃຫ້ມີຄວາມເປັນລະບຽບ ແລະ ກະກຽມແຜນປັບປຸງດອນຊາຍມຸງຄຸນໃຫ້ມີຄວາມງົດງາມ ແລະ ຍືນຍົງ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ສື່ມວນຊົນ ແລະ ຫ້ອງການມໍລະດົກ ພ້ອມກັນຄົ້ນຄວ້າຂໍ້ມູນ ເພື່ອນຳສະເໜີໃຫ້ປະຊາຊົນເຂົ້າໃຈເຖິງຄວາມສຳຄັນຂອງດອນຊາຍມຸງຄຸນ ແລະ ຜົນກະທົບໃນໄລຍະຜ່ານມາ ເພື່ອໃຫ້ທຸກຄົນໃນສັງຄົມ ມີຄວາມເຂົ້າໃຈແຈ້ງ ຕໍ່ການສ້າງ ດອນຊາຍມຸງຄຸນ ຄືນໃໝ່.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...