spot_img
Homeຂ່າວຕ່າງປະເທດການກິນອາຫານດິບຫຼາຍເກີນໄປ ສົ່ງຜົນເຮັດໃຫ້ເກີດພະຍາດຕ່າງໆໄດ້ງ່າຍ

ການກິນອາຫານດິບຫຼາຍເກີນໄປ ສົ່ງຜົນເຮັດໃຫ້ເກີດພະຍາດຕ່າງໆໄດ້ງ່າຍ

Published on

ໃນວັນທີ 2 ກຸມພາ 2022 ທີ່ຄະນະແພດສາດ ໂຮງໝໍມະຫາວິທະຍາໄລນະເຣສວນ ແຂວງ ພິສະນຸໂລກ, ບັນດາແພດຜູ້ຊ່ຽວຊານທາງດ້ານດວງຕາ ໄດ້ອອກມາຖະແຫຼງວ່າ: ພົບຜູ້ປ່ວຍທີ່ເປັນໂຕພະຍາດປອດໜູຂຶ້ນຕາ ເຮັດໃຫ້ຕາບອດຂ້າງໜຶ່ງ ເຊິ່ງເປັນຄົນໄຂ້ຄົນທໍາອິດຂອງ ແຂວງພິສະນຸໂລກ ໂດຍຜູ້ປ່ວຍຄົນດັ່ງກ່າວມີອາຍຸ 40 ປີ ໄດ້ເຂົ້າມາປິ່ນປົວຕາຢູ່ທີ່ໂຮງໝໍ ແລະ ໄດ້ພົບວ່າມີອາການອັກເສບຢູ່ທີ່ຕາ ແລະ ພົບໂຕພະຍາດຢູ່ໃນຕາ. ໃນການເອົາໂຕພະຍາດດັ່ງກ່າວອອກຕາໃຊ້ເວລາປະມານ 1 ຊົ່ວໂມງ ແລະ ໂຕພະຍາດມີຄວາມຍາວ 0.5 ເຊັນຕີແມັດ.

ສາເຫດໃນເບື້ອງຕົ້ນຜູ້ປ່ວຍຄົນດັ່ງກ່າວແມ່ນມັກກິນອາຫານສຸກໆດິບໆ ເປັນຕົ້ນແມ່ນກຸ້ງແຊ່ນໍ້າປາທີ່ກິນເປັນປະຈໍາ,  ເຖິງແມ່ນວ່າຈະມີການຜ່າຕັດເອົາໂຕພະຍາດອອກຕາແລ້ວກໍຕາມ ແຕ່ກໍສົ່ງຜົນເຮັດໃຫ້ຕາບອດຍ້ອນວ່າໂຕພະຍາດໄດ້ເຂົ້າໄປເຈາະຈໍປະສາດຕາເຮັດໃຫ້ເກີດການອັກເສບ ແລະ ເປັນໜອງ. ພາຍຫຼັງຜ່າຕັດແລ້ວກໍຍັງຈະມີການກວດຮ່າງກາຍໃນສ່ວນອື່ນໆອີກດ້ວຍ.

ແຫຼ່ງຂ່າວ: Workpointtoday

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...