spot_img
Homeຂ່າວພາຍ​ໃນການກະກຽມສະໜາມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ

ການກະກຽມສະໜາມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ

Published on

ໃນ​ວັນ​ທີ 24 ພະຈິກ 2022 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ, ຫົວໜ້າກົມ​ໃຫຍ່ເສນາທິການກອງທັບ ພ້ອມ​ຄະນະ​ໄດ້​ລົງ​ກວດກາ​ສະໜາມຫັດແອບ ເພື່ອກະກຽມຄວາມພ້ອມ​ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ທີ່​ແຂວງ​ຊຽງ​ຂວາງ. ໂດຍ​ມີ​ຄະນະ​ຊີ້​ນຳ​ພາກ​ສະໜາມ, ບັນດາ​ອາ​ນຸ​ກຳມະການ​ພາກ​ສະໜາມ​ທຸກ​ພາກສ່ວນ​ເຂົ້າ​ຮ່ວມ.

ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ ​ທິ​ການ​ກອງທັບ, ຮອງ​ຫົວໜ້າຄະນະ​ຊີ້​ນຳ​ລວມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣ໌​​ສ 2022” ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ​ນີ້​ສະໜາມ​ເຝິກແອບ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ມາ​ຮອດປັດຈຸບັນ​ແມ່ນ​ສຳເລັດ​ແລ້ວ 99%, ສ່ວນ​ວຽກ​ງານຮັບປະກັນອື່ນໆ ບໍ່​ວ່າ​ຈະ​ເປັນ​ເຮືອນ​ພັກ​ເຊົ່າ, ເຮືອນຄົວ, ຫ້ອງ​ປະຊຸມ, ຫ້ອງນອນ, ເນື້ອ​ໃນ​ຫົວ​ບົດໃນ​ການ​ຫັດແອບ, ວຽກ​ງານພາລາ​ທິ​ການ, ວຽກ​ງານ​ເຕັກນິກ ພື້ນຖານ​ແມ່ນ​ສາ ມາດ​ຮັບປະກັນໃຫ້ການ​ຊ້ອມຮົບ​ ຄັ້ງ​ນີ້​ໄດ້​ຕາມ​ແຜນການທີ່ວາງ​ໄວ້, ວຽກ​ງານ​ປ້ອງ​ກັນ​ຮັກສາ​ ຄວາມ​ສະຫງົບໄດ້​ຈັດ​ວາງ​ກຳ ລັງ​ເຂົ້າ​ຕາມ​ຈຸດ​ຕາມ​ແຜນການ​ທີ່​ໄດ້​ອະນຸມັດ​ສຳເລັດ 100%, ວຽກ​ງານ​ການເມືອງ ໄດ້​ຈັດ​ຕັ້ງ​ໂຄ ສະນາ​ປະດັບ​ປະດາ, ຂ່າວສານ​ໜັງສືພິມ, ໂທລະພາບ ແລະ ອື່ນໆ ແມ່ນ​ມີ​ການເຄື່ອນໄຫວຢ່າງ​ຕັ້ງໜ້າ, ວຽກ​ງານ​ລົງ​ຮາກ​ຖານ​ການເມືອງ​ປະຊາຊົນ ​ເພື່ອ​ຍາດ​ແຍງ​ການ​ຊ່ວຍເຫຼືອ​ນຳ​ອຳນາດ​ການ​ປົກຄອງ, ພໍ່​ແມ່​ປະຊາຊົນ, ສະພາບ​ການເມືອງ ແລະ ແນວ​ຄິດ​ອ້າຍ​ນ້ອງ​ທຸກໆ ​ພາກສ່ວນ​ແມ່ນ​ມີ​ຄວາມ​ຈູບ​ຈ້າວ​ຫ້າວຫັນ, ມີ​ຄວາມ​ກະ​ຕື​ລື​ລົ້ນ​ຕໍ່​ວຽກງານ​ ຂອງ​ຕົນ​ເປັນ​ຢ່າງ​ດີ ແລະ ພ້ອມ ​ແລ້ວ​ທີ່​ຈະ​ເປີດ​ຊ້ອມຮົບຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ2022”.

ໂອກາດ​ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ພ້ອມ​ດ້ວຍ​ຄະນະ​ກໍ​ໄດ້​ລົງ​ກວດກາເບິ່ງ​ ຄວາມ ພ້ອມຂອງແຕ່ລະສະຖານທີ່, ພ້ອມຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ຊີ້​ນຳ ແລະ ອະນຸ​ກຳມະການ​ເນື້ອ​ໃນ​ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈົ່ງ​ສືບຕໍ່​ເອົາໃຈໃສ່​ປະສານ​ສົມທົບ​ກັນ​ແໜ້ນ​ທາງ​ດ້ານ​ເນື້ອ​ໃນ​ຫົວ​ບົດ​ໃນ​ການ​ຫັດ​ແອບ​ພ້ອມ​ກັນ​ແກ້​ໄຂ​ບໍ່​ວ່າ​ຈະ​ເປັນ​ຂອດ​ປະສານ​ງານ​ໃນ​ການ​ພົວພັນ​ຮ່ວມ​ມື, ດ້ານ​ພາຫະ​ເຕັກນິກ, ຈຳນວນພົນ ແຕ່​ ລະ​ເຫຼົ່າ​ຮົບ​ຕ້ອງ​ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ບັນດາ​ໜ້າ​ວຽກ​ຂອງ​ຕົນ​ໃຫ້​ສຳເລັດ, ບັນລຸ​ຕາມ​ຄາດໝາຍ ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ 100%.

ທີ່ມາ: Lao people’s Army News

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...