spot_img
Homeຂ່າວຄາດຕະກຳກາດຍິງໃນໂບດ ທີ່ປະເທດເຢຍລະມັນ

ກາດຍິງໃນໂບດ ທີ່ປະເທດເຢຍລະມັນ

Published on

ໃນວັນທີ 10 ມີນາ 2023 ສຳນັກຂ່າວຕ່າງປະເທດລາຍງານວ່າ, ເກີດເຫດກາດຍິງທີ່ໂບດແຫ່ງໜຶ່ງໃນເຂດ Gross Borstel ທີ່ເມືອງຮຳບູກ ປະເທດເຢຍລະມັນ ເຫດການດັ່ງກ່າວເຮັດໃຫ້ຜູ້ເສຍຊີີວິດ 6-7 ຄົນ ແລະ ບາດເຈັບອີກ 8 ຄົນ, ເຊິ່ງຕຳຫຼວດໄດ້ປິດລ້ອມຫົນທາງອ້ອມຮອບຂອງໂບດ ແລະ ເຕືອນຜູ້ທີ່ຢູ່ອາໄສໃນເຂດໃກ້ຄຽງຫ້າມອອກຈາກບ້ານ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດເປີດເຜີຍວ່າ: ສະຖານທີ່ເກີດເຫດເປັນອາຄານ 3 ຊັ້ນ ແລະພົບວ່າມີຜູ້ເສຍຊີວິດ ແລະ ບາດເຈັບອີກຫຼາຍຄົນ ສ່ວນຜູ້ກໍ່ເຫດ ຕຳຫຼວດສັນນິຖານວ່າ: ຢູ່ໃນກຸ່ມທີ່ເສຍຊີວິດມີຄົນຮ້າຍ ເນື່ອງຈາກວ່າບໍ່ມີສັນຍານການຫຼົບໜີ ແຕ່ຢ່າງໃດ.

ດ້ານຜູ້ເຫັນເຫດການເລົ່າວ່າ: ໄດ້ຍິນເສຍປືນດັງຂຶ້ນຫຼາຍນັດ ແລະ ເຫັນຄົນແລ່ນຈາກຊັ້ນລຸ່ມຂອງຂຶ້ນໄປຊັ້ນ 2 ຂອງອາຄານທີ່ເກີດເຫດ.

ທີ່ມາ:CNN

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...