spot_img
Homeນານາສາລະກັບແກ້ຮ້ອງ ຄວາມເຊື່ອບູຮານ ລາງບອກເຫດຮ້າຍ ຫຼື ລາງບອກໂຊກ

ກັບແກ້ຮ້ອງ ຄວາມເຊື່ອບູຮານ ລາງບອກເຫດຮ້າຍ ຫຼື ລາງບອກໂຊກ

Published on

ຫຼາຍຄົນ ຄົງເຄີຍໄດ້ຍິນ ຫຼື ເຄີຍຮູ້ມາແນ່ແລ້ວ ກ່ຽວກັບ ສຽງກັບໂກ້ຮ້ອງ ຮ້ອງຈັກເທື່ອເປັນລາງດີ ຫຼື ລາງຮ້າຍ ໃຫ້ແກ່ຄົນທີ່ໄດ້ຍິນສຽງກັບໂກ້ຮ້ອງ. ເຊິ່ງມື້ນີ້ທາງທີມງານລາວໂພສເຮົານຳມາສະເໜີ ມີດັ່ງນີ້:

  • ກັບແກ້ ຮ້ອງ 1 ເທື່ອ ເຊື່ອວ່າ ຈະເສຍເງິນແບບບໍ່ໄດ້ຕັ້ງໃຈ
  • ກັບແກ້ຮ້ອງ 3 ເທື່ອ ເຊື່ອວ່າ ຄົນໄດ້ເຮືອນຈະຢູ່ເຢັນເປັນສຸກ
  • ກັບແກ້ຮ້ອງ 5 ເທື່ອ ເຊື່ອວ່າເປັນລາງບໍ່ດີ
  • ກັບແກ້ຮ້ອງ 6 ເທື່ອ ເຈົ້າຂອງເຮືອນຈະເດືອດຮ້ອນ
  • ກັບແກ້ຮ້ອງ 7 ເທື່ອ ເຊື່ອວ່າ ຈະເສຍຊັບສິນ
  • ກັບແກ້ຮ້ອງ 8 ເທື່ອ ເຊື່ອວ່າ ຈະໄດ້ຮັບໂຊກລາບ
  • ກັບແກ້ຮ້ອງ 9 ເທື່ອ ເຊື່ອວ່າ ຈະມີຄວາມຈະເລີນຮຸ່ງເຮືອງ
  • ກັບແກ້ຮ້ອງ 10 ເທື່ອ ເຊື່ອວ່າ ຈະມີເງິນທອງໄຫຼມາເທມາ
  • ກັບແກ້ຮ້ອງ 11 ເທື່ອ ເຊື່ອວ່າ ຈະຮັ່ງມີເງິນຄຳ ຫຼື ຈະພົບເນື້ອຄູ່

ນອກຈາກຈຳນວນຂອງກັບແກ້ຮ້ອງແລ້ວ ເວລາຂອງມັນຮ້ອງກໍຍັງສາມາດຕີເປັນຄວາມໝາຍໄດ້ ເຊັ່ນ: ກັບແກ້ຮ້ອງຕອນ 6:00 – 12:00 ເຊື່ອວ່າຈະໄດ້ຮັບຂ່າວດີ ແຕ່ຖ້າຮ້ອງຕອນ 12:00 – 18:00 ແມ່ນຈະໄດ້ຮັບຂ່າວຮ້າຍ, ຮ້ອງຕອນ 18:00 ຫາ ທ່ຽງຄືນ ຈະໄດ້ຮັບຂ່າວດີ ຫຼື ຮ້າຍປົນກັນ ແລະ ຮ້ອງຕອນທ່ຽງຄືນຮອດ 6:00 ໂມງເຊົ້າ ແມ່ນເປັນການຮ້ອງຕາມທຳມະຊາດຂອງມັນ ບໍ່ມີຄວາມໝາຍຫຍັງ.

ສຸດທ້າຍນີ້ ເມື່ອໄດ້ຍິນສຽງກັບແກຮ້ອງ ທ່ານລອງເອົາມາຕີເບິ່ງ ວ່າຈະແມ່ນແທ້ບໍ່? ໝາຍເຫດ: ຂຶ້ນກັບຄວາມເຊື່ອສ່ວນບຸກຄົນ ບໍ່ຄວນເກັບມາຄິດດຫຼາຍເກີນໄປ ເພາະທຸກຢ່າງແມ່ນເກີດຂຶ້ນໄດ້.

ຂໍ້ມູນ: Sanook.com

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...