spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ກັກແມ່ຍິງໄວກາງຄົນ ຄ້າຂາຍຢາບ້າ

ກັກແມ່ຍິງໄວກາງຄົນ ຄ້າຂາຍຢາບ້າ

Published on

ອີງຕາມການລາຍງານຂອງ ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ, ວ່າມີບຸກຄົນໄດ້ມີການພົວພັນຊື້ຂາຍຢາເສບຕິດ ຢູ່ເຂດບ້ານໂພນສີ. ເຈົ້າໜ້າທີ່ວິຊາສະເພາະ ກໍ່ໄດ້ຈັດຕັ້ງກັນລົງຕິດຕາມເປົ້າໝາຍສົງໄສຄືນາງ ຈັນ (ແມ່ນວນຕາ), ອາຍຸ 53 ປີ, ອາຊີບເຮັດນາ, ບ້ານໂພນສີ, ເມືອງປາກກະດິງ ແຂວງບໍລິຄຳໄຊ, ທີ່ມີພຶດຕິກຳຄ້າຍຄື ກັບຄົນຄ້າ-ຂາຍຢາເສບຕິດ (ຢາບ້າ) ທີ່ທາງໜ່ວຍງານວິຊາສະເພາະ ຕິດຕາມມາເປັນເວລາຫຼາຍເດືອນ.

ຕົກມາຮອດວັນທີ 7 ພະຈິກ 2016ຜ່ານມາເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ຈິ່ງໄດ້ວາງແຜນ ແລະຂໍຄຳສັ່ງກວດຄົ້ນ ຈາກອົງການໄອຍະການ ປະຊາຊົນເຂດ I ແຂວງບໍລິຄຳໄຊ, ເພື່ອທຳການກວດຄົ້ນເຄຫາສະຖານ (ເຮືອນຂອງຜູ້ກ່ຽວ) ຈິ່ງພົບເຫັນຢາບ້າ ໃນຕົວຜູ້ກ່ຽວຈຳນວນ 10 ເມັດ ແລະພົບຢູ່ໃນເຮືອນຈຳນວນ 25 ເມັດ, ຈາກນັ້ນ ເຈົ້າໜ້າທີ່ ປກສ ເມືອງປາກກະດິງຈິ່ງ ໄດ້ນຳຕົວຜູ້ກ່ຽວມາທຳການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາຊື່ ນາງ ຈັນ ໄດ້ໃຫ້ການຮັບສາລະພາບວ່າ: ຕົນເອງແມ່ນໄດ້ເຄື່ອນໄຫວ ຄ້າ-ຂາຍຢາເສບຕິດ (ປະເພດຢາບ້າ) ມາແລ້ວຫຼາຍຄັ້ງ ແລະຢາບ້າຈຳນວນ ດັ່ງກ່າວທີ່ເຈົ້າໜ້າທີ່ກວດພົບນັ້ນແມ່ນ ຂອງຕົນຢ່າງແທ້ຈິງ ແລະຜູ້ກ່ຽວແມ່ນ ມີເຈຕະນາເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ປະເພດເຢາບ້າ) ຜິດໃນມາດຕາ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາແຫ່ງ ສປປ ລາວ, ປະຈຸບັນຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍຜົນ ຫາກຸ່ມແກ້ງຜູ້ຮ່ວມຂະບວນການ, ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ແລ້ວສົ່ງສຳນວນຄະດີດັ່ງກ່າວ, ໃຫ້ພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ, ປະກອບສຳນວນຄະດີໃຫ້ໄອຍາການສັ່ງຟ້ອງໃຫ້ສານຕັດສິນຕາມລະບຽບກົດໝາຍ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...