spot_img
Homeຂ່າວເຫດການກະແສຂ່າວໄຟຟ້າຍັງແຮງ ບໍ່ນ້ອຍໜ້າລາຄາຊົມໃຊ້ ລ້ວງເລິກວິທີອອກບິນ

ກະແສຂ່າວໄຟຟ້າຍັງແຮງ ບໍ່ນ້ອຍໜ້າລາຄາຊົມໃຊ້ ລ້ວງເລິກວິທີອອກບິນ

Published on

ກະແສຂ່າວກ່ຽວກັບໄຟຟ້າລາວ ຍັງເປັນກະແສແຮງບໍ່ໜ້ອຍໜ້າລາຄາຊົມໃຊ້ ເມື່ອມີຜູ້ຊົມໃຊ້ກວດພົບວ່າ ໃນບິນເກັບເງິນຄ່າຊົມໃຊ້ກະແສໄຟຟ້ານັ້ນ ມີການບວກເລກຜິດ ສະແດງເຖິງການອອກບິນ ບໍ່ໄດ້ໃຊ້ໂປຣແກຣມທີ່ໄດ້ມາຕະຖານເຂົ້າສູ່ລະບົບການຄິດໄລ່.

ຕະຫຼອດຫຼາຍປີທີ່ຜ່ານມາ ປະຊາຊົນລາວສ່ວນຫຼາຍຊົມໃຊ້ໄຟຟ້າດ້ວຍຄວາມໝັ້ນໃຈ ບິນອອກມາທໍ່ໃດກໍຈົກຈ່າຍໂລດ ເພາະເມື່ອມີການໃຊ້ກໍຍ່ອມມີການຈ່າຍເປັນທຳມະດາ ແຕ່ເລື່ອງກັບໂດ່ງດັງຂຶ້ນມາເມື່ອຜູ້ຊົມໃຊ້ໄຟຟ້າຮູ້ສຶກວ່າຄ່າໄຟຟ້າແພງຜິດປົກກະຕິໃນເດືອນທີ່ຜ່ານມາ ຈົນກາຍເປັນກະແສສັງຄົມຄື້ນໃຫຍ່ກະທົບໃສ່ກັບລັດວິສາຫະກິດໄຟຟ້າລາວ ຈົນເກືອບກົ້ນຂີ້ທັ່ງ ເຖິງຂັ້ນພະນັກງານຜູ້ເລັກເດັກນ້ອຍທີ່ຮູ້ເທົ່າບໍ່ເຖິງການ ຈິດໃຈບໍ່ທັນທຸ່ນທ່ຽງຟິວຂາດ ອາລະວາດດ້ວຍອາລົມອອກມາທາງສື່ອອນລາຍ ເປັນເຫດໃຫ້ກະແສຟອງຂອງຜູ້ຊົມໃຫ້ຕີກັບເຖິງລະດັບນັບແປດ ຕັ້ງແຕ່ລະດັບສ່ວນບຸກຄົນ ເຖິງອົງການຈັດຕັ້ງລະດັບລຸ່ມ ເຖິງລະດັບສູງສຸດ ພັດປ່ຽນກັນອອກມາຊີ້ແຈງບັນຫາ ແລະສັ່ງການໃຫ້ມີການກວດກາຄົ້ນຫາຄວາມຈິງຈຸດອ່ອນຈຸດບອດ ເພື່ອແກ້ໄຂຮັບໃຊ້ສັງຄົມໃຫ້ມີຄຸນນະພາບຕາມແນວທາງນະໂຍບາຍ.

ບັນດາສຽງສະທ້ອນທີ່ກະຫື່ມຂຶ້ນກ່ຽວພັນກັບໄຟຟ້າ ບໍ່ວ່າຈະເປັນຫາງສຽງຫຼືຫົວສຽງ ລວມແລ້ວມີຢູ່ປະມານ 4 ຢ່າງຄື: ຜູ້ໃຊ້ສົງໄສວ່າມີການຂຶ້ນຄ່າໄຟຟ້າ ເລື່ອງນີ້ພາກສ່ວນທີ່ກ່ຽວຂ້ອງຢືນຢັນບໍ່ມີການຂຶ້ນລາຄາ ເຊິ່ງສາມາດກວດກາໄດ້ຈາກລາຄາຕໍ່ກິໂລວັດໂມງໃນເດືອນທີ່ຜ່ານມາທຽບກັບເດືອນຫຼ້າສຸດ, ການຈົດເລກຂອງພະນັກງານຜິດພ້ຽນເຮັດໃຫ້ຄ່າໄຟຈາກ ແສນປາຍ ຂຶ້ນເປັນຫົກສິບຫົກລ້ານ, ການຕອບໂຕ້ແບບບໍ່ເປັນທາງການຂອງພະນັກງານໃນໄຟຟ້າຈຳນວນໜ້ອຍໆໜຶ່ງ ຍັງບໍ່ເປັນໄປຕາມເຈຕະນາຂອງລັດວິສາຫະກິດໄຟຟ້າ (ອັນນີ້ຍົກໃຫ້ເປັນເລື່ອງສ່ວນຕົວ) ແລະບັນຫາທີ 4 ແມ່ນການບວກເລກໃນໃບບິນບາງເທື່ອມີຄວາມຄາດເຄື່ອນ ບໍ່ມີຄວາມຖືກຕ້ອງ ເຮັດໃຫ້ເກີດຂໍ້ສົງໄສຈາກສັງຄົມວ່າ ການອອກໃບບິນນັ້ນບໍ່ໄດ້ໃຊ້ລະບົບຄິດໄລ່ແບບອັດຕະໂນມັດ ແຕ່ໃຊ້ວິທີນັບຂໍ້ມື ຫຼືຈັກຄິດໄລ່ແທນ Excel .

ກະແສຟອງຂອງການທັກທ້ວງທີ່ເກີດຂຶ້ນເທື່ອນີ້ ແນ່ນອນວ່າອາດຈະສົ່ງຜົນເຖິງຂັ້ນໄດ້ປັບປຸງການບໍລິການໃຫ້ມີຄວາມຖືກຕ້ອງ ວ່ອງໄວ ທັນສະໄໝ ໂປ່ງໃສ ກວດສອບໄດ້ ໂດຍປັບປຸງວິທີເຮັດວຽກ ແລະນຳເຂົ້າອຸປະກອນແລະເທັກໂນໂລຢີເຂົ້າມາຮັບໃຊ້ໃນການໃຫ້ບໍລິການ ເຊັ່ນ ອາດຈະພັດປ່ຽນຈາກໝໍ້ນັບໄຟແບບປັດຈຸບັນໄປເປັນໝໍ້ນັບໄຟດິຈິຕ້ອນ ລາຍງານຜົນດ້ວຍລະບົບອອນໄລນ໌ ເຂົ້າສູ່ໂປຣແກຣມຜະລິດບິນ ຫຼືອາດຈະໃຊ້ການເຕີມເງິນກ່ອນໃຊ້ຄືໂທລະສັບແທນການຈ່າຍຄ່າຍຄ່າໄຟຕາມຫຼັງກໍໄດ້.

ທັງໝົດທັງມວນນັ້ນ ຜູ້ຂຽນກໍເຊື່ອວ່າຄວາມຜິດພາດມັນສາມາດເກີດຂຶ້ນໄດ້ກັບທຸກຄົນ ຖ້າມີຜິດພາດແລ້ວກໍຈະຮູ້ຈຸດອ່ອນແລະແກ້ໄຂມັນ ເບິ່ງແລ້ວກໍເປັນເລື່ອງດີອີກຊ້ຳ.

13265888_1047820168642933_3337395592047897300_n 13312743_1047820165309600_3479255981760641198_n 13332822_1047820195309597_1608870564067176447_n

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...