spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກໄຂ້ເລືອດອອກ ເພີ່ມເປັນ 8 ຄົນແລ້ວ!

ກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກໄຂ້ເລືອດອອກ ເພີ່ມເປັນ 8 ຄົນແລ້ວ!

Published on

ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກ ຕໍ່ນັກຂ່າວພວກເຮົາໃນວັນທີ 1 ກໍລະກົດນີ້ວ່າ: ປັດຈຸບັນສະພາບການລະບາດ ຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍຢູ່ຫຼາຍແຂວງ ແມ່ນມີແນວໂນ້ມເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະຢູ່ບັນດາແຂວງພາກໃຕ້ ມາຮອດດຽວນີ້ ມີຍອດຜູ້ຕິດເຊື້ອຫຼາຍກວ່າ 1400 ກໍລະນີ້, ເພີ່ມຂື້ນຈາກເດືອນຜ່ານມາ 400 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 8 ຄົນ ຄື: ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 760 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 6 ຄົນ, ບໍລິຄຳໄຊຫຼາຍກວ່າ 130  ກໍລະນີ, ເສຍຊີວິດ 1 ຄົນ, ຄຳມ່ວນ 115 ກໍລະນີ, ນະຄອນຫຼວງວຽງຈັນ 83 ກໍລະນີ, ເຊກອງ 69 ກໍລະນີ, ຫຼວງພະບາງ 59 ກໍລະນີ, ສະຫວັນນະເຂດ 54 ກໍລະນີ, ສາລະວັນ 54 ກໍລະນີ, ເສຍຊີວິດ 1 ຄົນ, ອັດຕະປື 52 ກໍລະນີ, ອຸດົມໄຊ 27 ກໍລະນີ, ຫຼວງນ້ຳທາ 20 ກໍລະນີ, ສຳລັບແຂວງອື່ນໆ ກໍມີຜູ້ຕິດເຊື້ອຈຳນວນໜຶ່ງ, ຊຶ່ງປັດຈຸບັນກະຊວງສາທາລະນະສຸກ ກໍໄດ້ສຸມໃສ່ສະກັດກັ້ນພະຍາດດັ່ງກ່າວ ໂດຍໄດ້ສົມທົບກັບທ້ອງຖິ່ນ ລົງໃຫ້ຄວາມຮູ້ໃນການປ້ອງກັນຕົວເອງ ແລະ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຢູ່ຕາມບ້ານ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍຍັງເຫັນວ່າ ການລະບາດຂອງພະຍາດດັ່ງກ່າວ ຍັງບໍ່ມີແນວໂນມທີ່ຈະຫຼຸດລົງ, ແຕ່ກົງກັນຂ້າມ ຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງຂຶ້ນເລື້ອຍໆ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ເພີ່ມທະວີເປັນເຈົ້າການໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວ ຢ່າງເຂັ້ມງວດກວ່າເກົ່າ, ແຕ່ເຖິງແນວໃດກໍຮຽກຮ້ອງ ໃຫ້ປະຊາຊົນເປັນເຈົ້າການປະຕິບັດຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້ , ນ້ຳຮອງຕີນຕູ້ , ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ, 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ ໃຫ້ໄປພົບແພດໝໍດ່ວນ ເພື່ອບໍ່ໃຫ້ພະຍາດນີ້ລະບຽດອອກສູ່ວົງກວ້າງ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...