spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຜີຍ ຈຳນວນຜູ້ຕິດເຊື້ອ-ເສຍຊີວິດ ຈາກພະຍາດເອດສ໌ຢູ່ລາວ ເພີ່ມຂຶ້ນ!

ກະຊວງສາທາຯເຜີຍ ຈຳນວນຜູ້ຕິດເຊື້ອ-ເສຍຊີວິດ ຈາກພະຍາດເອດສ໌ຢູ່ລາວ ເພີ່ມຂຶ້ນ!

Published on

ຂປລ. ປັດຈຸບັນລາວມີຈຳນວນຜູ້ຕິດເຊື້ອພະຍາດເຮໄອວີເພີ່ມຂຶ້ນຈາກຈຳນວນ 830 ກວ່າຄົນໃນປີ 2014 ມາເປັນ 1 ພັນກວ່າຄົນ ໃນປີ 2015 ​ໃນນີ້ເພດຊາຍ ກວມເອົາ 53,6%, ຍິງ 46,4%, ​ເຊັ່ນດຽວກັນ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຈາກ 107 ​ຄົນໃນປີ 2014 ມາເປັນ 130 ກວ່າຄົນໃນປີ 2015, ສຳລັບອັດຕາສ່ວນການຕິດເຊື້ອພະຍາດເຮໄອວີ ຫລາຍກວ່າໝູ່ແມ່ນຊາຍຮ່ວມເພດກັບຊາຍ ກວມເອົາ 6,4%, ຄົນເຈັບຈາກວັນນະໂລກ 3,2%, ປະຊາຊົນທົ່ວໄປ 3,1%, ຜູ້ເສບຢາເສບຕິດ 0,8%, ສາວບໍລິການ 0,5%, ສາມີແມ່ຍິງຖືພາ 0,4% ​ແລະແມ່ຍິງຖືພາ 0,2%.

ທ່ານ ດຣ ພູນທອນ ສຸດທາລັກ ຮອງຫົວໜ້າສູນຕ້ານເອດແລະ ພຕພ ກະຊວງສາທາລະນະສຸກໄດ້ກ່າວໃນກອງປະຊຸມ ສ້າງຄວາມເຂົ້າໃຈໃຫ້ການນຳ, ສື່ມວນຊົນ ໃນວຽກງານຕ້ານເອດໃນວັນທີ 13 ພຶດສະພານີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ​ເພື່ອຢຸດຕິການແຜ່ລະບາດ ຂອງເຊື້ອພະຍາດເຮສໄອວີແລະ ຫລຸດຜ່ອນຜົນກະທົບ ຈາກເຊື້ອເຮໄອວີແລະ ພະຍາດເອດໃນ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ການປ້ອງກັນ ໃນກຸ່ມທີ່ມີຄວາມສ່ຽງໂດຍສະເພາະການປ້ອງກັນ​​ເຮໄອວີໂດຍເຊື່ອມສານເຂົ້າໃນລະບົບສາທາລະນະສຸກ, ພັດທະນາກອບວຽກເຊື່ອມສານເຂົ້າໃນວຽກງານຂອງຂະແໜງການຕ່າງໆ ຮັບປະກັນໃຫ້ຊາວໜຸ່ມ ມີທັກສະພື້ນຖານ, ​ໃຫ້ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນຕິດເຊື້ອເຣສໄອວີປ້ອງກັນທີ່ຖືກຕ້ອງເໝາະສົມ (​ໃສ່ຖົງຢາງອານາໄມທຸກຄັ້ງໃນ​​ເວລາມີເພດສຳພັນ ທີ່ບໍ່ແມ່ນຄູ່ຜົວ​-ເມຍຕົນເອງ) ​ໃຫ້ຂໍ້ມູນຂ່າວສານດ້ານເພດສຳພັນແກ່ຊາວໜຸ່ມໂດຍອີງໃສ່ຂໍ້ມູນຕົວຈິງພາຍໃນປະເທດ, ຮັບປະກັນໃຫ້ມີຂໍ້ມູນຂ່າວສານ ກ່ຽວກັບການຕິດເຊື້ອພະຍາດດັ່ງກ່າວແລະ ການປ້ອງກັນຢູ່ສູນສຸຂະພາບ, ສູນໄວໜຸ່ມເຊິ່ງໃຊ້ພາສາທີ່ເໝາະສົມກັບຊາວໜຸ່ມ ກໍຄືການປິ່ນປົວດ້ວຍຢາ ARV  ​ແລະ ພະຍາດ​​ແຊກຊ້ອນ ( OI ) ​ໂດຍການຂະຫຍາຍການສະໜອງຢາປິ່ນປົວ ARV ​ແລະ ຢາ OI ​ໄປທຸກແຂວງໃນທົ່ວປະເທດໃນ ປີ 2020 ​ໄປຄ່ຽງຄູ່ກັບ ການປັບປຸງລະບົບປະສານງານ ລະຫວ່າງ ສູນປິ່ນປົວດ້ວຍຢາ ARV, ສະຖານທີ່ໃຫ້ຄຳປຶກສາກວດເລືອແລະ ຄູ່ຮ່ວມງານ ເພື່ອຫລຸດຜ່ອນການຕົກເຮ່ຍ.

ເຊື້ອ​ພະຍາດເອດ (AIDS) ​ແມ່ນກຸ່ມອາການພູມຕ້ານທານເຊື່ອມ ໝາຍເຖິງເຊື້ອເຮສໄອວີ (HIV) ​ໄດ້ທຳລາຍພູມຕ້ານທານຂອງຮ່າງກາຍ ແລ້ວ​​ເກີດມີການຕິດເຊື້ອພະຍາດແຊກຊ້ອນຕ່າງໆເຊັ່ນ: ພະຍາດວັນນະໂລກ, ຖອກທ້ອງ, ຕຸ່ມ​​ເປື່ອຍແລະ ອື່ນໆແຕ່ສາມາດປິ່ນປົວພະຍາດແຊກຊ້ອນຕ່າງໆ ໃຫ້ຫາຍດີໄດ້.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...