spot_img
Homeຂ່າວພາຍ​ໃນກະຊວງສາທາລະນະສຸກຢືນຢັນ ບໍ່ພົບກໍລະນີ ຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມຂຶ້ນ

ກະຊວງສາທາລະນະສຸກຢືນຢັນ ບໍ່ພົບກໍລະນີ ຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມຂຶ້ນ

Published on

ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຢືນຢັນ ໃນວັນທີ 2 ເມສາ 2020 ນີ້ວ່າ: ມາຮອດວັນທີ 2 ເມສາ ນີ້, ສປປ ລາວ ບໍ່ພົບກໍລະນີ ຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມຂຶ້ນ, ຕົວເລກຜູ້ຕິດເຊື້ອ ຍັງຢູ່ 10 ຄົນ. ກະຊວງສາທາລະນະສຸກຖະແຫຼງວ່າ ມາຮອດວັນທີ 1 ເມສາ 2020, ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 61 ຄົນ ໄດ້ແກ່ນະຄອນ ຫຼວງວຽງຈັນ 46 ຄົນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ຫຼວງພະບາງ ແຂວງລະ 4 ຄົນ, ແຂວງອັດຕະປື 4 ຄົນ, ແຂວງ ຈຳປາສັກ 1 ຄົນ. ທັງໝົດໄດ້ເກັບຕົວຢ່າງ ແລະ ທັ້ງໝົດມີຜົນກວດອອກມາເປັນລົບ ບໍ່ພົບເຊື້ອໄວຣັສໂຄວິດ-19.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...