spot_img
Homeຂ່າວພາຍ​ໃນກະຊວງພະລັງງານ ແລະ ບໍ່ແຮ່ອອກແຈ້ງການສັ່ງໂຈະບໍລິສັດລາວຊິນຫຼົງ

ກະຊວງພະລັງງານ ແລະ ບໍ່ແຮ່ອອກແຈ້ງການສັ່ງໂຈະບໍລິສັດລາວຊິນຫຼົງ

Published on

ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍຖືເປັນກຽດແຈ້ງທິດຊີ້ນໍາ ຂອງການນໍາກະຊວງພະລັງງານ ແລະ ບໍ່ແຮ່ ດັ່ງນີ້:

  1. ໃຫ້ບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກໍາບໍ່ແຮ່ ຈໍາກັດ ໂຈະຊົ່ວຄາວ ການຈັດຕັ້ງປະຕິບັດວຽກງານການຂຸດຄົ້ນແຮ່ຄໍາ ຢູ່ເຂດບ້ານຕອງ ແລະ ບ້ານຈອມຊາງນໍ້າເຢັນ, ເມືອງປາກແບງ, ແຂວງອຸດົມໄຊ ຍ້ອນວ່າມີອຸປະຕິເຫດ ເກີດຂຶ້ນຫຼາຍຄັ້ງເປັນກໍລະນີຊໍ້າໆກັນ ຊຶ່ງສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ. ໃນໄລຍະຜ່ານມາກົມຄຸ້ມຄອງບໍ່ແຮ່ ກໍ່ໄດ້ລົງກວດກາ, ຕິດຕາມ, ໃຫ້ຄໍາແນະນໍາ ແລະ ມີບົດບັນທຶກຮ່ວມກັບບໍລິສັດຫຼາຍຄັ້ງ ພ້ອມນີ້ກໍ່ໄດ້ອອກແຈ້ງເຕືອນໃຫ້ບໍລິສັດໄດ້ປັບປຸງຂໍ້ບົກພ່ອງດັ່ງກ່າວແລ້ວ ແຕ່ເຫັນວ່າບໍລິສັດກໍ່ຍັງບໍ່ທັນປັບປຸງ ແລະ ແກ້ໄຂບັນຫາ ດັ່ງກ່າວໃຫ້ດີຂຶ້ນເທົ່າທີ່ຄວນ. ສະນັ້ນ, ໃຫ້ບໍລິສັດໂຈະຊົ່ວຄາວການຂຸດຄົ້ນແຮ່ຄໍາຢູ່ພາກສະໜາມສາກ່ອນຈົນກວ່າ ຈະໄດ້ຮັບການປັບປຸງ ແລະ ແກ້ໄຂລະບົບຮັກສາຄວາມປອດໄພຢູ່ພາຍໃນບໍລິສັດ ໃຫ້ສອດຄ່ອງຕາມກົດໝາຍ ວ່າດ້ວຍແຮ່ທາດໄດ້ກໍານົດໄວ້ໃນມາດຕາ 94 ກ່ຽວກັບມາດຕະການຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງ ຜູ້ອອກແຮງງານ ເພື່ອຮັບປະກັນບໍ່ໃຫ້ອຸປະຕິເຫດເກີດຂຶ້ນຕື່ມອີກ. ສ່ວນວຽກງານການສໍາຫຼວດ, ການກໍ່ສ້າງ, ການປຸງແຕ່ງແຮ່ຄໍາ (ແຮ່ຄ້າງສາງ), ການຈໍາໜ່າຍ, ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານອື່ນໆແມ່ນໃຫ້ດໍາເນີນການເປັນປົກກະຕິ.
  2. ມອບໃຫ້ໜ່ວຍລັດຖະບານປະຈໍາພາກສະໜາມຂອງໂຄງການສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຕາມຂໍ້ 1 ຂອງແຈ້ງການສະບັບນີ້ ແລະ ບົດແນະນໍາຂອງຄະນະກໍາມະການກວດກາໃນໄລຍະຜ່ານມາ ແລ້ວລາຍງານມາຍັງກົມຄຸ້ມຄອງບໍ່ແຮ່ ເພື່ອຊາບເປັນແຕ່ລະໄລຍະ.
  3. ໃນກໍລະນີ ຫາກບໍລິສັດບໍ່ເອົາໃຈໃສ່ປັບປຸງຂໍ້ບົກພ່ອງທີ່ກ່າວມາຂ້າງເທິງນັ້ນ ແລະ ບໍ່ສາມາດແກ້ໄຂບັນຫາຄົງຄ້າງ, ດັ່ງກ່າວໄດ້ຢ່າງຂາດຕົວ, ກົມຄຸ້ມຄອງບໍ່ແຮ່ ມີຄວາມຈໍາເປັນຕ້ອງໄດ້ຖອນໃບອະນຸຍາດຂຸດຄົ້ນບໍ່ແຮ່ ແລະ ໃບອະນຸຍາດດໍາເນີນກິດຈະການໂຮງງານປຸງແຕ່ງແຮ່ຄໍາ (ຕາມແຈ້ງການສະບັບເລກທີ 682/ພຈ,ກຄບ5, ລົງວັນທີ 22 ກຸມພາ 2022).
  4. ພາຍຫຼັງບໍລິສັດ ສໍາເລັດການແກ້ໄຂຂໍ້ບົກພ່ອງທີ່ກ່າວມາຂ້າງເທິງນັ້ນແລ້ວ ໃຫ້ບໍລິສັດ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານດັ່ງກ່າວມາຍັງກົມຄຸ້ມຄອງບໍ່ແຮ່ ເພື່ອຊາບ ແລະ ລາຍງານໄປຍັງການນໍາກະຊວງເພື່ອພິຈາລະນາໃຫ້ບໍລິສັດສາມາດສືບຕໍ່ດໍາເນີນໂຄງການໃນຂັ້ນຕອນຕໍ່ໄປ.

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ປະຕິບັດຕາມການຊີ້ນໍາຂອງການນໍາກະຊວງດ້ວຍ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...