spot_img
Homeຂ່າວເຫດການກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື

ກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື

Published on

ວັນທີ 15 ພະຈິກ 2016 ຜ່ານມານີ້, ໄດ້ມີພິທີການພົບປະສອງຝ່າຍ ລະຫວ່າງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເຣຍມີຊາດ ເຣຍຄູດູ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ອິນໂດເນເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບພົ້ນເດັ່ນທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ, ພ້ອມທັງແລກປ່ຽນສະພາບກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ, ທັງນີ້ຍັງໄດ້ ແນໃສ່ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືສອງກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ພົນເອກ ເຣຍມີຊາດ ເຣຍຄູດູ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງປະຊາຊົນສອງຊາດ ລາວ-ອິນໂດເນເຊຍ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແກ່ ສປປ ລາວ ຕໍ່ການເຮັດໜ້າທີ່ເປັນປະທານອາຊຽນ ໂດຍສະເພາະແມ່ນໃນຂອບຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນອາຊຽນ ຄັ້ງທີ 10 ແລະ ອາຊຽນບວກ ບັນລຸຜົນສຳເລັດຢ່າງຈົບງາມ ແລະ ອື່ນໆ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...