spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ມອບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ທ່ານເຈົ້າແຂວງສະຫວັນນະເຂດ.

ກະຊວງປ້ອງກັນປະເທດ ມອບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ທ່ານເຈົ້າແຂວງສະຫວັນນະເຂດ.

Published on

ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ ໄດ້ຈັດພິທີ ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ໃຫ້ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ໂດຍມີ ທ່ານ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານກຳມະການປະຈຳພັກແຂວງ,ກຳມະການພັກແຂວງ,ຫົວໜ້າພະແນກການອ້ອມຂ້າງແຂວງ ພ້ອມດ້ວຍກຳລັງຈາກ ກອງບັນຊາການທະຫານແຂວງ, ປກສແຂວງ ເຂົ້າຮ່ວມ.

ການປະດັບຫຼຽນດັ່ງກ່າວ ແມ່ນປະຕິບັດຕາມ ດໍາລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍປະຕິບັດຕາມໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນກະຊວງປ້ອງກັນປະເທດ ຈຶ່ງໄດ້ອອກຂໍ້ຕົກລົງ ປະດັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ທ່ານ ເຈົ້າແຂວງ ສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການຊີ້ນໍາກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງແຂວງຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ແຂວງສະຫວັນນະເຂດ ມີຄວາມສະຫງົບ ໂດຍພື້ນຖານ,ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາເຂັ້ມແຂງຂຶ້ນເທື່ອລະກ້າວ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...