spot_img
Homeມຸມຂ່າວ AECກອງປະຊຸມ AIPA ຄັ້ງທີ 35 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ

ກອງປະຊຸມ AIPA ຄັ້ງທີ 35 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ

Published on

 

ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 35​ ໄດ້ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 16 ກັນຍານີ້, ຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຂອງທ່ານ

ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມດັ່ງກ່າວ

ຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງສ ປປ ລາວ, ມີບັນດາປະທານ, ຮອງປະທານ, ມີຄະນະຜູ້

ແທນລັດຖະສະພາບັນດາປະເທດສະມາຊິກອາຊຽນ, ຄະນະຜູ້ແທນສັງເກດການ, ອົງການຈັດຕັ້ງສາກົນກ່ຽວຂ້ອງ

ເຂົ້າຮ່ວມເປັນຈຳນວນຫລາຍ ແລະ ກອງປະຊຸມສຳຄັນຄັ້ງນີ້ໄດ້ມີຫົວຂໍ້ວ່າ :“ປັບປຸງການຮ່ວມມືລັດຖະສະພາໃຫ້

ເຂັ້ມແຂງເພື່ອສ້າງປະຊາຄົມອາຊຽນ ”.

 

ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວປາ ໄສເປີດກອງປະຊຸມສຳຄັນຄັ້ງນີ້ວ່າ: ກອງປະຊຸມໄດ້ໄຂຂຶ້ນ

ທ່າມກາງສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ ແລະ ສັບສົນ, ຢູ່ຫລາຍພາກພື້ນໃນໂລກ

ຍັງມີສິ່ງທ້າທາຍຫລາຍປະການເຊັ່ນ: ຄວາມບໍ່ສະຫງົບດ້ານການເມືອງ, ຂໍ້ຂັດແຍ່ງດ້ານດິນແດນ, ການປ່ຽນແປງ

ດິນຟ້າອາກາດ, ໄພພິບັດທຳມະຊາດ, ພະຍາດລະບາດ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ,

ການຟື້ນໂຕຂອງເສດຖະກິດໂລກຍັງບໍ່ທັນໝັ້ນທ່ຽງ, ແຕ່ອັນສຳຄັນ ທ່າອ່ຽງລວມຂອງສັງຄົມຍັງແມ່ນ ການຮ່ວມ

ມືເພື່ອພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.  ອາຊຽນເປັນພາກພື້ນໜຶ່ງ ໂດຍລວມແມ່ນມີສັນຕິພາບ

ແລະ ສະຖຽນລະພາບຊຶ່ງເປັນໝາກ ຜົນຂອງການຮ່ວມມື ກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມ

ມືພາຍນອກ ບົນພື້ນຖານຫລັກການທີ່ອາຊຽນສ້າງຂຶ້ນ ຊຶ່ງບໍ່ສະເພາະເປັນການສ້າງສະພາບແວດລ້ອມທີ່ເອື້ອອຳ

ນວຍໃຫ້ແກ່ການຮ່ວມມືກັນໃນຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມຂອງອາຊຽນເທົ່ານັ້ນ, ແຕ່ຍັງເປັນ

ການປະກອບສ່ວນສຳຄັນ ເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມ

ມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກນຳອີກ. ໄອປາ ໃນຖານະເປັນອົງການຮ່ວມມືລະຫວ່າງລັດຖະສະ

ພາ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ຂອງບັນດາປະເທດສະມາຊິກອາຊຽນ, ໄດ້ປະກອບ

ສ່ວນອັນສຳຄັນ ເຂົ້າໃນຜົນສຳເລັດດັ່ງກ່າວ ແລະ ໃນລະຫວ່າງການພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາທີ່

ເນປີດໍ ປະເທດມຽນມາໃນເດືອນພຶດສະພາ 2014 ຜ່ານມານີ້, ບັນດາຜູ້ນຳອາຊຽນໄດ້ຊຸກຍູ້ໃຫ້ ໄອປາ ເພີ່ມທະວີ

ບົດບາດຂອງຕົນ ໃນຂະນະທີ່ອາຊຽນພວມເພີ່ມທະວີຄວາມພະຍາຍາມ ເພື່ອສ້າງປະຊາຄົມອາຊຽນໃຫ້ສຳເລັດ

ໃນວັນທີ 31 ທັນວາ 2015.

 

ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ, ປະທານກອງປະຊຸມໄອປາຄັ້ງນີ້ກ່າວວ່າ: ພາຍໃຕ້ຄຳຂວັນ

ດັ່ງກ່າວ, ກອງປະຊຸມກຳມະການສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນ (WAI PA), ຈະໄດ້ປຶກສາ

ຫາລືກ່ຽວກັບ ການປັບປຸງບົດບາດຂອງສະມາຊິກລັດຖະສະພາເພດຍິງ ລະຫວ່າງຊາດອາຊຽນໃຫ້ເຂັ້ມແຂງ ເພື່ອ

ປະກອບສ່ວນສ້າງປະຊາຄົມອາຊຽນ, ເພີ່ມທະວີຄວາມພະຍາຍາມສະກັດກັ້ນທຸກຮູບການຈຳແນກ ແລະ ໃຊ້ຄວາມ

ຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນ ອາຊຽນ ແລະ ແມ່ຍິງມີພາວະຄວາມເປັນຜູ້ນຳຢູ່ໃນອາຊີຕາເວັນອອກສ່ຽງ

ໃຕ້. ນອກຈາກນີ້, ບັນຫາທີ່ຈະຍົກຂຶ້ນມາປຶກສາຫາລື ໃນກຳມາທິການຕ່າງໆນັ້ນ ລ້ວນແຕ່ກ່ຽວພັນກັບການເສີມ

ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືດ້ານເສດຖະກິດ-ສັງຄົມ ທີ່ມີປະສິດທິພາບ ເພື່ອຫລຸດຜ່ອນ

ຄວາມແຕກໂຕນດ້ານການພັດທະນາໃນອາຊຽນ ໂດຍຜ່ານການຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ປະ

ກອບການ, ສົ່ງເສີມການເຕີບໂຕສີຂຽວ ເພື່ອການພັດທະນາແບບຢືນຍົງ, ກໍຄືການພັດທະນາສີມືແຮງງານຂອງ

ປະຊາຄົມອາຊຽນ ແລະ ການຄວບຄຸມພະຍາດລະບາດຕ່າງໆ ລ້ວນແຕ່ເປັນບັນຫາສຳຄັນເພື່ອສ້າງກຳລັງແຮງ

ງານທີ່ມີຄຸນນະພາບ ແລະ ຮັບປະກັນໃຫ້ປະຊາຊົນມີພະລານາໄມແຂງແຮງ ເພື່ອຮັບປະກັນການປະກອບສ່ວນ

ເຂົ້າໃນວຽກງານລວມຂອງປະຊາຄົມອາຊຽນ ພາຍໃຕ້ຄຳຂວັນ “ ວິໄສທັດໜຶ່ງດຽວ, ເອກກະລັກໜຶ່ງດຽວ ແລະ

ປະຊາຄົມໜຶ່ງດຽວ ”

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...