spot_img
Homeຂ່າວພາຍ​ໃນກອງປະຊຸມ ຮ່ວມປຶກສາຫາລືແຜນການດໍາເນີນງານລະອຽດ ວຽກສືບຕໍ່ຂຶ້ນທະບຽນເລກຫມາຍໂທລະສັບໃນຂອບເຂດທົ່ວປະເທດ

ກອງປະຊຸມ ຮ່ວມປຶກສາຫາລືແຜນການດໍາເນີນງານລະອຽດ ວຽກສືບຕໍ່ຂຶ້ນທະບຽນເລກຫມາຍໂທລະສັບໃນຂອບເຂດທົ່ວປະເທດ

Published on

ເມື່ອວັນທີ 12 ກັນຍາ 2023 ທີ່ຜ່ານມາ ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງ ປະຊຸມຮ່ວມປຶກສາຫາລືແຜນການດໍາເນີນງານລະອຽດ ວຽກສືບຕໍ່ຂຶ້ນທະບຽນເລກຫມາຍໂທລະສັບໃນຂອບເຂດທົ່ວປະເທດ ໂດຍ ການເປັນປະທານຂອງທ່ານ ສຸດໃຈ ລໍລອນສີ, ຫົວຫນ້າອົງການດັດສົມໂທລະຄົມມະນາຄົມ, ໂດຍມີຕາງຫນ້າຈາກບັນດາກົມ,
ສະຖາບັນ, ສູນ ພາຍໃນກະຊວງ, ຄະນະພະແນກ ແລະ ວິຊາການ ຂອງອົງການດັດສົມໂທລະຄົມມະນາຄົມ ແລະ ຕາງຫນ້າຈາກບັນດາ ບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນສຸມໃສ່ປຶກສາຫາລື ການກະກຽມຄວາມພ້ອມດ້ານຕ່າງໆ ວຽກງານການສ້າງສື່ໂຄສະນາ ແລະ ວິທີການໂຄສະນາ, ວິທີການໃນການປິດເລກຫມາຍໂທລະສັບທີ່ບໍ່ຂຶ້ນທະບຽນໃນໄລຍະເວລາທີ່ກໍານົດ. ພ້ອມນັ້ນ, ຍັງຮ່ວມກັນ ປຶກສາຫາລືທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານສືບຕໍ່ຂຶ້ນທະບຽນເລກຫມາຍໂທລະສັບ, ການແບ່ງຄວາມ ຮັບຜິດຊອບໃຫ້ແຕ່ລະພາກສ່ວນນໍາໄປຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່ບັນດາຂໍ້ຕົກລົງ, ຄໍາສັ່ງ ແລະ ແຈ້ງການ ທີ່ກ່ຽວກັບວຽກ ຂຶ້ນທະບຽນເລກຫມາຍໂທລະສັບ ໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈເນື້ອໃນຈິດໃຈຂອງການຂຶ້ນນທະບຽນເລກຫມາຍໂທລະສັບ.

ນອກນັ້ນ, ກໍໄດ້ປຶກສາຫາລືບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນໄລນະຜ່ານມາ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ມີຄວາມເປັນເອກະພາບ ພ້ອມພາກັນຈັດຕັ້ງປະຕິບັດໃຫ້ສຳເລັດບັນລຸຕາມຄາດໝາຍທີ່ວາງໄວ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...