spot_img
Homeຂ່າວພາຍ​ໃນກອງປະຊຸມ ຜ່ານບົດລາຍງານ ການຄັດເລືອກແລວທາງ ຂອງໂຄງການທາງດ່ວນ

ກອງປະຊຸມ ຜ່ານບົດລາຍງານ ການຄັດເລືອກແລວທາງ ຂອງໂຄງການທາງດ່ວນ

Published on

ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023 ນີ້ ບໍລິສັດ ພິກັດ ທີ່ປຶກສາ ຈໍາກັດຜູ້ດຽວ ໄດ້ເຂົ້າມາຜ່ານບົດລາຍງານການຄັດເລືອກແລວທາງ ຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ, ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເປັນປະທານ ຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍ ເຈົ້າເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ຂອງແຂວງໄຊສົມບູນ, ມີຕາງໜ້າຈາກກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ພ້ອມດ້ວຍທ່ານ ນາງ ປະທຸມພອນ ເພັດວົງສາ ຮອງປະທານບໍລິສັດ ວຽງຈັນ ໂອໂຕເມຊັນ ແອນໂຊລູຊັນ ເອັນຈີເນຍຣິງ ຈໍາກັດ ຊຶ່ງເປັນບໍລິສັດທີ່ລົງທຶນ ແລະ ທ່ານ ປະກາສິດ ຊຸມພົນພັກດີ ປະທານບໍລິສັດ ພິກັດ ທີ່ປຶກສາ ຈໍາກັດຜູ້ດຽວ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຝັງການນໍາສະເໜີບົດລາຍງານ ການຄັດເລືອກແລວທາງ ຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ. ໂດຍປັດຈຸບັນ ບໍລິສັດໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບ ລັດຖະບານແຫ່ງ ສປປລາວ ຊຶ່ງຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ເພື່ອດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ຂອງໂຄງການ ຕາມຂັ້ນຕອນ ແລະ ໜ້າວຽກ ທີ່ໄດ້ກໍານົດໄວ້ ໃນ 2 ຊ່ວງທາງຄື: ຊ່ວງທີ1 ແມ່ນແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ຊ່ວງທີ 2 ແຕ່ເມືືອງອະນຸວົງ ຫາ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍໄດ້ກໍານົດ 3 ແລວທາງເລືອກ ທີ່ປະກອບດ້ວຍຈຸດເຊື່ອມຕໍ່, ຈຸດຂຶ້ນ-ລົງ ແລະ ໄລຍະທາງ ທີ່ແຕກຕ່າງກັນ ເພື່ອໃຫ້ແຂວງໄຊສົມບູນ ພິຈາລະນາຮັບຮອງ. ຈາກນັ້ນ ຄະນະນໍາແຂວງໄຊສົມບູນ ໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ຕົກລົງເປັນເອກະພາບ ຮັບຮອງເອົາແລວທາງເລືອກທີ 2 ຊຶ່ງເປັນແລວທາງທີ່ມີໄລຍະສັ້ນກວ່າໝູ່, ມີຈຸດທີ່ຕັ້ງທີ່ຢູ່ໃກ້ຄຽງກັບຊຸມຊົນ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໜ້ອຍທີ່ສຸດ. ໂດຍແຂວງໄຊສົມບູນ ໄດ້ສະເໜີໃຫ້ບໍລິສັດເພີ່ມບາງຈຸດທາງແຍກຂື້ນ-ລົງ ລະຫວ່າງ ເມືອງວັງວຽງ ຫາ ເມືອງອະນຸວົງ, ແກ້ໄຂບາງຈຸດເຊື່ອມຕໍ່ ລະຫວ່າງ ເມືອງອະນຸວົງ ຫາ ເມືອງລ້ອງແຈ້ງ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງເກົ່າກ່ວາ ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ ແຂວງໄຊສົມບູນ ເປັນຕົ້ນແມ່ນການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ການສັນຈອນໄປມາ ມີຄວາມສະດວກສະບາຍ ພາຍຫຼັງທີ່ໂຄງການດັ່ງກ່າວ ສໍາເລັດ.

ພາບ-ຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...