spot_img
Homeມຸມຂ່າວ AECກອງປະຊຸມ​ບັນດາເຈົ້າ​ຄອງ​ນະຄອນຫລວງ​ອາ​ຊຽນ​ ຄັ້ງທີ IV ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

ກອງປະຊຸມ​ບັນດາເຈົ້າ​ຄອງ​ນະຄອນຫລວງ​ອາ​ຊຽນ​ ຄັ້ງທີ IV ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

Published on

ກອງ​ປະຊຸມ​ບັນດາ​ເຈົ້າ​ຄອງ​ນະຄອນຫລວງ​ອາ​ຊຽນ ຄັ້ງ​ທີ IV ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນວັນທີ 15 ພະຈິກນີ້, ພາຍ​ໃຕ້​ຫົວ​ຂໍ້ “ພັນທະ ​ແລະ ໜ້າ​ທີ່ ຂອງ​ນະຄອນຫລວງອາ​ຊຽນ ໃນ​ພາລະກິດ​ການ​ເຊື່ອມ​ໂຍງ​ປະຊາ​ຄົມ​ອາ​ຊຽນ” ໂດຍແມ່ນນະຄອນຫລວງວຽງຈັນເປັນເຈົ້າພາບ, ​​ເຊິ່ງບັນດາ​ເຈົ້າ​ຄອງ​ໄດ້​ເຫັນ​ພ້ອມ ​ທີ່​ຈະ​ປະຕິບັດ​ພັນທະ​ໜ້າ​ທີ່​ຂອງ​ຕົນ ​​ໃນ​ການ​ປະກອບສ່ວນ​ໃຫ້​ແກ່​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ວິ​ໄສ​ທັດ​ອາ​ຊຽນຮອດ​ປີ 2025 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ຈະ​ເປັນ​ຜູ້​ນໍາ​ໜ້າ​ພາ​ທາງ ບັນດາ​ນະຄອນ ​ແລະ ​ແຂວງ​ອື່ນໆ​ຂອງ​ປະ​ເທດ​ຕົນ ​ເພື່ອ​ນໍາ​ເອົາ​ຄຸນ​ນະພາ​ບຊີວິດ​ທີ່​ດີກ​ວ່າ​ ມາສູ່​ພົນລະ​ເມືອງ​ຂອງ​ນະຄອນຫລວງ​ອາ​ຊຽນ.

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ໄດ້ກ່າວເປີດກອງປະຊຸມ​ວ່າ: ​ເພື່ອ​ເຮັດ​ໃຫ້ການ​ສະໜັບສະໜູນ ​ແລະ ຄວາມ​ພ້ອມ​ທີ່​ຈະ​ປະຕິບັດ​ນະ​ໂຍບາຍ ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ໃນ​ພາກ​ທ້ອງ​ຖິ່ນ​ຂອງ​ອາ​ຊຽນ ແລະ ກໍ​ເພື່ອ​ເປັນ​ການ​ປຶກສາ​ຫາລື​ ແລກປ່ຽນ​ບົດຮຽນ​ ລະຫວ່າງ ​ນະຄອນຫລວງ​ນໍາ​ກັນ, ​ເຊິ່ງຢູ່​ໃນ​ກອງ​ປະຊຸມ​​ 3 ຄັ້ງ​ທີ່ຜ່ານ​ມາ ​ແມ່ນ​ມີ​ຜົນ​ສໍາ​ເລັດ​ເປັນ​ຢ່າງດີ​ບັນດາ​ນະຄອນຫລວງ​ອາ​ຊຽນ​ ໄດ້​ມີ​ການ​ແລກປ່ຽນ​ບົດຮຽນ​ນໍາ​ກັນ ​ໃນ​ດ້ານ​ຕ່າ​ງທີ່​ພົວພັນ​ເຖິງ​ນະ​ໂຍບາຍ 3 ​ເສົາ​ຄໍ້າ ​ຂອງ​ການ​ເຊື່ອມ​ໂຍງ​ອາ​ຊຽນ ​ເຊັ່ນ: ການ​ພັດທະນາ​ຕົວ​ເມືອງ​ຕາມ​ທິດ​ຢືນ​ຍົງ, ການ​ແກ້​ໄຂ​ບັນຫາ​ລົດ​ຕິດ, ການ​ສ້າງ​ຕົວ​ເມືອງ​ສີຂຽວ, ການທ່ອງທ່ຽວ ​ແລະ ອຸດ​ສະຫະ​ກໍາ​ທ່ອງ​ທ່ຽວ, ການ​ກໍ່ສ້າງ​ແຮງ​ງານ ແລະ ການ​ແລກປ່ຽນ​ວັດທະນະ​ທໍາ ​ແລະ ອື່ນໆ.

ສໍາລັບ​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ໄດ້​ນໍາສະ​ເໜີ​ ໃນ 4 ຫົວ​ຂໍ້ ​ຄື: ສ້າງ​ນະຄ​ອນໜ້າ​ຢູ່; ຮັບປະກັນ​ຄວາມ​ປອດ​ໄພ​ສາ​ທາ​ລະນະ; ຮັກສາ ​ແລະ ສົ່ງ​ເສີມ​ມໍ​ລະ​ດົກ​ທາງ​ວັດທະນະ​ທໍາ ​ແລະ ການ​ຮ່ວມ​ມື​ດ້ານ​ແຮງ​ງານ. ສ່ວນນະຄອນຫລວງ​ວຽງ​ຈັນ ​ໄດ້​ແນະ​ນໍາ​ການ​ສ້າງ​ນະຄອນ​ໜ້າຢູ່ ​ໂດຍ​ໄດ້​ກໍານົດ​​ເອົາ 6 ວິ​ໄສ​ທັດ 6 ຍຸດ​ທະ​ສາດ. ​ໃນ​ນັ້ນ​ບັນຫາ​ພື້ນຖານ​ກວ່າ​ໝູ່​ ແມ່ນ​ການ​ພັດທະນາ​ນະຄອນ​ແບບ​ຍືນ​ຍົງ, ໜ້າຢູ່ ​ແລະ ກ້າວໄປ​ສູ່​ການ​ເປັນ​ນະຄອນ​ນິ​ເວດ​ໃນ​ອະນາ​ຄົດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...