spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງສາລະວັນ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງສາລະວັນ ຊຸດທີ II

Published on

ໃນວັນທີ 4 ສິງຫາ ນີ້ ທີ່ສະໂມສອນແຂວງ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາທ່ານການນໍາຂັ້ນສູງ, ອະດີດການນໍາອາວຸໂສຂັ້ນສູງຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ສະມາຊິກສະພາປະຊາຊົນແຂວງ, ບັນດາທ່ານຄະນະນໍາພະແນກການ, ອົງການລັດທຽບເທົ່າຂັ້ນແຂວງ, ເຈົ້າເມືອງ 8 ຕົວເມືອງ, ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີເຮັງ ຫອມສົມບັດ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະຕົກລົງບັນຫາສຳຄັນຂອງແຂວງເປັນຕົ້ນ: ຈະໄດ້ຮັບຟັງການລາຍງານ ໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022, ພິຈາລະນາ, ຮັບຮອງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022,

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ, ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ຂອງສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງການສ້າງນິຕິກໍາໃຕ້ກົດໝາຍຂອງແຂວງ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ຟື້ນຟູປ່າໄມ້ຢູ່ແຂວງສາລະວັນ (ສ້າງໃໝ່), ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ຢູ່ແຂວງສາລະວັນ (ປັບປຸງ), ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ຈັດສັນ ແລະ ການພັດທະນາບໍລິເວນຕົວເມືອງສາລະວັນ (ປັບປຸງ).

ສຳລັບກອງປະຊຸມຄັ້ງນີ້ ຈະໄດ້ມີການຄົ້ນຄວ້າປະກອບຄຳຄິດເຫັນຕໍ່ກັບວຽກງານຕ່າງໆ ແລະ ຂໍ້ຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ ແລະ ຄຳຊີ້ແຈງຂອງຂະແໜງການທີ່ກ່ຽວຂ້ອງຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຕີລາຄາຜົນໄດ້ຮັບ, ດ້ານດີ, ຂໍ້ຄົງຄ້າງ ແລະ ແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...