spot_img
Homeຂ່າວຕ່າງປະເທດກອງທັບເຮືອຈີນ ຊ້ອມຮົບຢູ່ທະເລຈີນຕາເວັນອອກ ເນັ້ນປົກປ້ອງອະທິປະໄຕທາງທະເລ!

ກອງທັບເຮືອຈີນ ຊ້ອມຮົບຢູ່ທະເລຈີນຕາເວັນອອກ ເນັ້ນປົກປ້ອງອະທິປະໄຕທາງທະເລ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ໃນວັນທີ 1 ສິງຫາ 2016 ຜ່ານມານີ້ ກອງທັບເຮືອຈີນ ໄດ້ປະຕິບັດການຊ້ອມຮົບ ດ້ວຍການຍິງອາວຸດຈິງ ໃນທະເລຈີນຕາເວັນອອກ ໂດຍອາວຸດທີ່ໃຊ້ໃນການເຝິກຊ້ອມ ແມ່ນປະກອບມີທັງລູກສອນໄຟ ແລະ ຈະຫລວດຕໍປີໂດ ນັບຫລາຍສິບລູກ ທີ່ຖືກຍິງຈາກກຳປັ່ນສູ້ຮົບ, ເຮືອດຳນ້ຳ ຕະຫລອດຮອດເຮືອບິນສູ້ຮົບອີກດ້ວຍ.

ທັງນີ້ ການເຝິກຊ້ອມສູ້ຮົບດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງຄວາມເຄັ່ງຕຶງໃນພາກພື້ນ ຊຶ່ງຈີນໄດ້ເນັ້ນຢ້ຳວ່າ ຈະປົກປັກຮັກສາອະທິປະໄຕ ຢູ່ທະເລຈີນໃຕ້ຂອງຕົນຢ່າງເຂັ້ມແຂງ ໂດຍກ່ອນໜ້ານີ້ພຽງ 1 ເດືອນ ກອງທັບຈີນ ກໍໄດ້ທຳການຊ້ອມຮົບ ຢູ່ທະເລຈີນໃຕ້ມາແລ້ວຄັ້ງໜຶ່ງ.
NjpUs24nCQKx5e1EY6iL4JpIGqAVeptQ79t4mTt4CtX

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...