spot_img
Homeຂ່າວຕ່າງປະເທດກອງທັບອາເມຣິກາລະບຸ ຈະສືບຕໍ່ປະຕິບັດການທະຫານ ຢູ່ທະເລຈີນໃຕ້ອີກຕໍ່ໄປ!

ກອງທັບອາເມຣິກາລະບຸ ຈະສືບຕໍ່ປະຕິບັດການທະຫານ ຢູ່ທະເລຈີນໃຕ້ອີກຕໍ່ໄປ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ກໍລະກົດຜ່ານມານີ້ວ່າ ທ່ານ ພົນເອກ ຈອນ ຣິຊາດສັນ ເຈົ້າໜ້າທີ່ລະດັບສູງຂອງກອງທັບເຮືອ ສະຫະລັດອາເມຣິກາ ໄດ້ອອກມາລະບຸ ໃນລະຫວ່າງຢ້ຽມຢາມ ຖານທັບເຮືອຂອງຈີນວ່າ ກອງທັບສະຫະລັດອາເມຣິກາ ຈະຍັງຄົງປະຕິບັດການໃນທະເລຈີນໃຕ້ ຕາມກົດໝາຍລະຫວ່າງປະເທດຕໍ່ໄປ ພ້ອມຢ້ຳອີກວ່າ ກອງກຳລັງຂອງອາເມຣິກາ ຈະຍັງຄົງເດີນທະເລ, ທຳການບິນ ຕະຫລອດຮອດປະຕິບັດການ ໃນທຸກພື້ນທີ່ທີ່ສອດຄ່ອງ ຕາມກົດໝາຍລະຫວ່າງປະເທດ.

ດ້ານສຳນັກຂ່າວຊິນຫົວຂອງຈີນ ໄດ້ອອກມາລະບຸໃນມື້ດຽວກັນວ່າ ບັນດາປະເທດທີ່ຢູ່ນອກພາກພື້ນ ບໍ່ຄວນເຂົ້າມາຫຍຸ້ງກ່ຽວ ໃນບັນຫາຂໍ້ຂັດແຍ່ງທະເລຈີນໃຕ້ ເພື່ອຫລີກລ່ຽງການເກີດບັນຫາ ເນື່ອງຈາກຊາດຕາເວັນຕົກ ມີປະຫວັດຍາວນານ ກ່ຽວກັບຄວາມຫລົ້ມເຫລວ ໃນການຈັດລະບຽບ ຢູ່ພື້ນທີ່ຕ່າງໆຂອງໂລກ ຊຶ່ງຂົງເຂດຕາເວັນອອກກາງ ຖືເປັນຕົວຢ່າງທີ່ພື້ນຖານ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...