spot_img
Homeຂ່າວພາຍ​ໃນກອງທັບມຽນມາ ປົດລັດຖະມົນຕີ 24 ທ່ານ ພາຍຫຼັງກໍ່ລັດຖະປະຫານ

ກອງທັບມຽນມາ ປົດລັດຖະມົນຕີ 24 ທ່ານ ພາຍຫຼັງກໍ່ລັດຖະປະຫານ

Published on

ອີງຕາມການລາຍງານ ຂອງ Channel News Asia ກອງທັບມຽນມາ ໄດ້ລົບລ້າງລັດຖະບານທີ່ມາຈາກການເລືອກຕັ້ງ ຂອງ ທ່ານ ນາງ ອອງຊານ ຊູຈີ ຜູ້ນຳພັກລັດຖະບານຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ຫຼັງກໍການລັດຖະປະຫານໄດ້ເຂົ້າກຳອຳນາດ ໂດຍການປົດລັດຖະມົນຕີວ່າການກັບລັດຖະມົນຕີຊ່ວຍ 24 ທ່ານ ອອກຈາກຕຳແໜ່ງ  ແລະແຕ່ງຕັ້ງໃໝ່ 11 ທ່ານ ເຂົ້າມາແທນ.

ເຫດການຄັ້ງນີ້ ໄດ້ປະກາດຜ່ານໂທລະພາບ Myawadday ໂທລະພາບຂອງກອງທັບມຽນມາ ໂດຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈະເປັນຜູ້ຄວມຄຸມກະຊວງການເງິນ, ສາທາລະນະສຸກ, ຂໍ້ມູນຂ່າວສານ, ການຕ່າງປະເທດ, ປ້ອງກັນປະເທດ, ຊາຍແດນ ແລະ ພາຍໃນ.

ການກໍ່ລັດຖະປະຫານ ໃນມຽນມາ ເກີດຂື້ນໃນຂະນະທີ່ລັດຖະບານຊຸດໃໝ່ ຂອງ ພັກ NLD  ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເມື່ອເດືອນພະຈິກຜ່ານມາ ດ້ວຍຄະແນນສຽງ 83%, ກຳລັງຈະເປີດກອງປະຊຸມສະພາຄັ້ງທຳອິດ ໂດຍຖະແຫຼງການຂອງກອງທັບກ່າວວ່າ ພົບເຫັນການສໍ້ໂກງໃນບັນຊີລາຍຊື່ຂອງຜູ້ມີສິດເລືອກຕັ້ງ ແລະ ລັດຖະບານໄດ້ປະຕິເສດຄຳຮຽກຮ້ອງຂອງພວກເຂົາ ທີ່ຈະໃຫ້ເລື່ອນການເປີດກອງປະຊຸມໄປກ່ອນ ສະນັ້ນຈຶ່ງໄດ້ຍຶດອຳນາດ ແລະ ປະກາດພາວະສຸກເສີນພາຍໃຕ້ມາດຕາທີ່ 417-418 ເປັນເວລາ 1 ປີ.

ທ່ານ ນາງ ອອງຊານຊູຈີ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ແລະທີ່ປຶກສາແຫ່ງລັດ ລວມທັງປະທານາທິບໍດີ ອູ ວິນ ມິນ ແລະຜູ້ນຳພັກ NLD ທີ່ສຳຄັນຫຼາຍຄົນໄດ້ຖືກທະຫານຈັບກຸມ ເຮືອນພັກຮັບຮອງຂອງລັດຖະບານ ເຊິ່ງເປັນທີ່ພັກຂອງຊະມາຊິກພັກນິຕິບັນຍັດໃນ Nay Pyi Taw  ກໍ່ໄດ້ຖືກກອງທັບປີດລ້ອມ ແລະ ຕັດສັນຍານອິນເຕີເນັດໃນຕອນເຊົ້າ ກ່ອນຈະກັບມາໃຊ້ໄດ້ເປັນປົກກະຕິຢູ່ບາງພື້ນທີ່ໃນຕອນທ່ຽງ ແຕ່ການໃຫ້ບໍລິການໂທລະສັບເຄື່ອນທີ່ແມ່ນຍັງບໍ່ສາມາດນໍາໃຊ້ໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...